ມອບລາງວັນໃຫ້ແກ່ບົດເພງທີ່ເຊີດຊູນ້ຳໃຈມິດຕະພາບ ຫວຽດນາມ - ລາວ
ກປ.ອອນໄລ - ວັນທີ 18 ທັນວາ, ຢູ່ທີ່ສະຖານທູດຫວຽດນາມ ປະຈໍາລາວ ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈໍາລາວ ໄດ້ຈັດຕັ້ງພິທີມອບລາງວັນທີ 3 - ລາງວັນທົ່ວປະເທດກ່ຽວກັບການຖະແຫຼງຂ່າວຕ່າງປະເທດ ຄັ້ງທີ XI ປີ 2025 ໃຫ້ແກ່ບົດດົນຕີປະສານສຽງ "ຮົ່ງຮ່າ-ແມ່ນໍ້າຂອງ" ຂອງນັກສິລະປິນແຫ່ງຊາດ, ນັກດົນຕີລາວ ດວງມີໄຊ ລີກາຢາ.
ໃນບັນຍາກາດເບີກບານມ່ວນຊື່ນທີ່ເຕັມໄປດ້ວຍນ້ຳໃຈສາມັກຄີມິດຕະພາບ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ໄດ້ມອບລາງວັນທີ 3 “ລາງວັນທົ່ວປະເທດກ່ຽວກັບການຖະແຫຼງຂ່າວຕ່າງປະເທດ ຄັ້ງທີ XI ປີ 2025” ໃຫ້ແກ່ບົດດົນຕີປະສານສຽງ "ຮົ່ງຮ່າ-ແມ່ນໍ້າຂອງ". ທໍານອງອັນສະຫງ່າລາສີຂອງບົດດົນຕີປະສານສຽງໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ, ຄວາມສະເທືອນໃຈ, ຄວາມເອກອ້າງທະນົງໃຈຕໍ່ກັບຜູ້ຊົມກ່ຽວກັບປະທານໂຮ່ຈີມິນ ແລະສາຍພົວພັນອັນຍິ່ງໃຫຍ່, ນ້ຳໃຈອ້າຍນ້ອງທີ່ສັດຊື່ບໍລິສຸດຜຸດຜ່ອງລະຫວ່າງຫວຽດນາມ - ລາວ.
    |
 |
|
ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ມອບລາງວັນທີ 3 “ລາງວັນທົ່ວປະເທດກ່ຽວກັບການຖະແຫຼງຂ່າວຕ່າງປະເທດ ຄັ້ງທີ XI ປີ 2025” ໃຫ້ແກ່ນັກສິລະປິນແຫ່ງຊາດ, ນັກດົນຕີລາວ ດວງມີໄຊ ລີກາຢາ. ພາບ: ສະຖານທູດຫວຽດນາມ ປະຈໍາ ລາວ |
ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນມິງເຕິມ ຕີລາຄາສູງອາລົມຈິດຄວາມຮັກແພງ ແລະການອຸທິດສ່ວນຂອງນັກສິລະປິນແຫ່ງຊາດ ດວງມີໄຊ ລີກາຢາ ໃນການຮັກສາ ແລະເພີ່ມພູນຄູນສ້າງໃຫ້ສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງຫວຽດນາມ-ລາວ, ລາວ-ຫວຽດນາມ ໂດຍຜ່ານການອຸທິດສ່ວນບໍ່ຮູ້ອິດຮູ້ເມື່ອຍຂອງລາວ ໃນຂົງເຂດສິລະປະໃນຫຼາຍສິບປີຜ່ານມາ.
    |
 |
|
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ສະຖານທູດຫວຽດນາມ ປະຈໍາ ລາວ |
ກ່າວຄຳເຫັນທີ່ພິທີ, ນັກສິລະປິນແຫ່ງຊາດ, ນັກດົນຕີ ດວງມີໄຊ ລີກາຢາ ໄດ້ສະແດງຄວາມສະເທືອນໃຈ ແລະຄວາມເປັນກຽດທີ່ໄດ້ຮັບລາງວັນອັນສູງສົ່ງ ແລະມີຄວາມໝາຍນີ້; ທ່ານ ສະແດງຄວາມຂອບອົກຂອບໃຈມາຍັງຄະນະຈັດຕັ້ງລາງວັນ ແລະສະຖານທູດຫວຽດນາມ ປະຈໍາລາວ ທີ່ໄດ້ເອົາໃຈໃສ່ ແລະເຊີດຊູບົດເພງ, ຜ່ານນັ້ນ ຍົກສູງຄຸນຄ່າດ້ານສິລະປະ, ວັດທະນະທໍາ ແລະຄຸນຄ່າທາງສັງຄົມຂອງບົດເພງ; ຢືນຢັນວ່າ ລາງວັນດັ່ງກ່າວແມ່ນການລະດົມກຳລັງໃຈອັນໃຫຍ່ຫຼວງ ເພື່ອໃຫ້ ທ່ານ ສືບຕໍ່ພາລະກິດແຕ່ງ, ປະກອບສ່ວນເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງສອງພັກ ແລະປະຊາຊົນສອງປະເທດ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ໂດຍ: ທູຈາງ