ຂໍຮຽນທ່ານເອກອັກຄະລັດຖະທູດ ໃຫ້ຮູ້ຄວາມໝາຍ ແລະຈຸດສຸມຂອງການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະເປັນປະທານຮ່ວມກອງປະຊຸມປຶກສາຫາລືການເມືອງຂັ້ນລັດຖະມົນຕີການຕ່າງປະເທດຫວຽດນາມ - ລາວ ຄັ້ງທີ XII (ແຕ່ວັນທີ 16-20 ທັນວາ), ຕາມຄໍາເຊີນຂອງທ່ານ ເລຮວ່າຍຈູງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ?

ການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ແລະເປັນປະທານຮ່ວມກອງປະຊຸມປຶກສາຫາລືການເມືອງຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ XII (ວັນທີ 16-20 ທັນວາ) ຂອງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີການຕ່າງປະເທດລາວ ມີຄວາມໝາຍສໍາຄັນຍິ່ງ, ດໍາເນີນໃນສະພາບການພົວພັນດ້ານການເມືອງ ແລະສະໜິດຕິດພັນຍຸດທະສາດລະຫວ່າງສອງປະເທດ ສືບຕໍ່ໄດ້ຮັບການປັບປຸງ, ຮັດແໜ້ນ, ຮັກສາບົດບາດຫຼັກແຫຼ່ງ, ກໍານົດທິດໃນການພົວພັນ ຫວຽດນາມ-ລາວ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ເປັນປະທານຮ່ວມກອງປະຊຸມພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນ ປະຕິວັດລາວ ວັນທີ 2 ທັນວາ. ພາບ: ຫງວຽນຮົ່ງ

ພິເສດ, ໃນການຢ້ຽມຢາມ, ການນຳຂັ້ນສູງສອງປະເທດ ໄດ້ເຫັນດີເປັນເອກະພາບເຮັດໃຫ້ເລິກເຊິ່ງ ແລະຍົກລະດັບການພົວພັນສອງປະເທດ ຂຶ້ນເປັນ “ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ”.

ນາຍົກລັດຖະມົນຕີຂອງສອງປະເທດ ກໍໄດ້ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 48 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງ ລັດຖະບານຫວຽດນາມ-ລາວ (ວັນທີ 2-3 ທັນວາ) ສຳເລັດຜົນ, ປະກອບສ່ວນຢ່າງທັນການເຂົ້າໃນການຫັນເປັນລະອຽດ ແລະຜັນຂະຫຍາຍບັນດາຂໍ້ຕົກລົງ, ຄໍາຊີ້ນໍາຂອງການນໍາຂັ້ນສູງສອງປະເທດພາຍຫຼັງກອງປະຊຸມພົບປະຂັ້ນສູງລະຫວ່າງສອງພັກ ຢ່າງມີປະສິດທິຜົນ.

ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການທູດ ໄດ້ຮັບຖືວ່າແມ່ນເສົາຄໍ້າ, ສືບຕໍ່ຮັກສາສະຖຽນລະພາບ, ຄວາມສະຫງົບ ແລະພັດທະນາຂອງແຕ່ລະປະທດຢ່າງໜັກແໜ້ນ.

ໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນມີການຫັນປ່ຽນຢ່າງຕັ້ງໜ້າ, ສ້າງການບຸກທະລຸ, ປະກົດມີຈຸດສະຫວ່າງໃໝ່ຫຼາຍຢ່າງ; ຫຼາຍເນື້ອໃນ ແລະໂຄງການຈຸດສຸມ ໄດ້ແກ້ໄຂຂໍ້ຄົງຂ້າງຕ່າງໆ. ການຮ່ວມມືດ້ານວັດທະນະທໍາ, ການສຶກສາ, ວິທະຍາສາດ-ເຕັກນິກ ສືບຕໍ່ໄດ້ຮັບການຊຸກຍູ້ຢ່າງແຂງແຮງ, ບັນລຸໄດ້ໝາກຜົນຢ່າງແທດຈິງ.

ການພົວພັນລະຫວ່າງຄະນະຂອງພັກ, ກະຊວງ, ຂະແໜງການ, ອົງການຂອງລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ ແລະທ້ອງຖິ່ນຂອງສອງປະເທດ ສືບຕໍ່ໄດ້ຮັບການເພີ່ມທະວີ ແລະພັດທະນາຢ່າງແທດຈິງ.

ການຢ້ຽມຢາມຂອງທ່ານ ທອງສະຫວັນ ພົມວິຫານ ແລະກອງປະຊຸມປຶກສາຫາລືການເມືອງຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ-ລາວ ຄັ້ງທີ XII ດໍາເນີນພາຍຫຼັງການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງລະຫວ່າງສອງພັກ, ສອງລັດໃນຕົ້ນເດືອນ ທັນວາ 2025 ທີ່ຜ່ານມາ, ໃນສະພາບກະຊວງການຕ່າງປະເທດຫວຽດນາມ ຫາກໍ່ໄດ້ລົງນາມຂໍ້ຕົກລົງຮ່ວມມືໄລຍະ 2026-2030 ກັບກະຊວງການຕ່າງປະເທດລາວ ແລະຄະນະພັກ ກະຊວງການຕ່າງປະເທດຫວຽດນາມ ໄດ້ລົງນາມຂໍ້ຕົກລົງການຮ່ວມມືກັບຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະພັນຍະລາ ທີ່ຜ່ານມາ.

ພິເສດ, ໃນກອງປະຊຸມປຶກສາຫາລືການເມືອງຂັ້ນລັດຖະມົນຕີການຕ່າງປະເທດຫວຽດນາມ-ລາວ ຄັ້ງນີ້ຍັງມີການເຂົ້າຮ່ວມຂອງຕາງໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ.

ທ່ານ ທູດ ຕີລາຄາຄືແນວໃດກ່ຽວກັບມູນເຊື້ອການຮ່ວມມືລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດໃນໄລຍະ 8 ທົດສະວັດທີ່ຜ່ານມາ, ພິເສດເມື່ອຂະແໜງການທູດທັງສອງປະເທດສະເຫຼີມສະຫຼອງວັນຄົບຮອບ 80 ປີໃນປີນີ້?

ປີ 2025, ຂະແໜງການທູດຫວຽດນາມ ແລະລາວ ລ້ວນແຕ່ສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ, ໃນນັ້ນ, ວັນທີ 28 ສິງຫາ 1945 ແມ່ນວັນມູນເຊື້ອຂະແໜງທູດຂອງຫວຽດນາມ ແລະວັນທີ 12 ຕຸລາ 1945 ແມ່ນວັນການທູດຂອງລາວ.

ໃນຕະຫຼອດ 80 ປີຜ່ານມາ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ, ຂະແໜງການທູດຂອງສອງປະເທດຫວຽດນາມ ແລະລາວ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດການປະຕິວັດຂອງແຕ່ລະປະເທດ ແລະເປັນຂົວຕໍ່ທີ່ສຳຄັນໃນການເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ ລະຫວ່າງຫວຽດນາມ ແລະລາວ.

ຢູ່ລາວ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ແມ່ນຜູ້ນຳທີ່ສ້າງພື້ນຖານໃຫ້ຂະແໜງການທູດຂອງລາວ, ໃນນັ້ນ ປະທານ ສຸພານຸວົງ ແມ່ນລັດຖະມົນຕີການຕ່າງປະເທດຜູ້ທໍາອິດ.

ບົນພື້ນຖານສາຍພົວພັນທີ່ໃກ້ຊິດເປັນພິເສດລະຫວ່າງສອງປະເທດ, ເຊິ່ງ ການນໍາປະຕິວັດ ບັນພະບຸລຸດຂອງທັງສອງປະເທດ ໄດ້ເພີ່ມພູນຄູນສ້າງ, ຄຽງຄູ່ກັບຂະແໜງການອື່ນ, ສາຍພົວພັນຮ່ວມມືລະຫວ່າງຂະແໜງການທູດຫວຽດນາມ ແລະລາວ ກໍນັບມື້ນັບສະໜິດແໜ້ນ ແລະມີປະສິດທິຜົນ.

ສາມາດຢືນຢັນໄດ້ວ່າສາຍພົວພັນລະຫວ່າງຂະແໜງການທູດຫວຽດນາມ ແລະລາວ ແມ່ນແບບຢ່າງທີ່ດີຂອງການສົມທົບກັນຢ່າງແໜ້ນແຟ້ນ ແລະມີປະສິດທິຜົນ. ໃນສະໄໝຕໍ່ສູ້ກູ້ຊາດ, ການພົວພັນຕ່າງປະເທດຂອງສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການເຈລະຈາ, ປຸກລະດົມການສະໜັບສະໜູນຈາກປະຊາຄົມສາກົນ ແລະແລກປ່ຽນຂໍ້ມູນຂ່າວສານ, ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະກັນຢ່າງເປັນປະຈຳ.

leftcenterrightdel
ທ່ານ ເລຮວ່າຍຈຸງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພົບປະກັບທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ  ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ໃນເດືອນຕຸລາ 2025. ພາບ: ບາວຈີ້

ໃນໄລຍະທີ່ຈະມາເຖິງ, ຕາມທ່ານ ທູດ, ຕໍ່ເປົ້າໝາຍການພັດທະນາທີ່ໃຫຍ່ຫຼວງຂອງທັງສອງປະເທດ, ຂະແໜງການທູດຂອງທັງສອງປະເທດ ຄວນເສີມຂະຫຍາຍການຮ່ວມມືແນວໃດເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍເຫຼົ່ານັ້ນ ແລະນໍາການພົວພັນສອງຝ່າຍໃຫ້ພັັດທະນາຂຶ້ນສູ່ລະດັບສູງໃໝ່?

ໃນໄລຍະທີ່ຈະມາເຖິງ, ເຖິງວ່າສະພາບການສາກົນຍັງສືບຕໍ່ສັບສົນກໍ່ຕາມ, ແຕ່ພວກເຮົາເຊື່ອໝັ້ນວ່າຂະແໜງການທູດສອງປະເທດຫວຽດນາມ ແລະລາວ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ແລະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຍົກສູງປະສິດທິຜົນຂອງການຮ່ວມມື.

ສອງປະເທດຕ້ອງສືບຕໍ່ປັບປຸງກົນໄກສົມທົບກັນສອງຝ່າຍ; ຕັ້ງໜ້າຊຸກຍູ້ການຮ່ວມມືໃນທຸກຊ່ອງທາງ; ຍູ້ແຮງການສົມທົບກັນຄຸ້ມຄອງຊາຍແດນ, ຮັບປະກັນສະຖຽນລະພາບ, ຄວາມໝັ້ນຄົງເຂດຊາຍແດນ, ຮັບມືຢ່າງມີປະສິດທິຜົນກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່; ເພີ່ມທະວີການສົມທົບກັັບການທູດເສດຖະກິດ, ການທູດວັດທະນະທໍາ; ປະກອບສ່ວນແທດຈິງເຂົ້າໃນກິດຈະການສ້າງສາ ແລະພັດທະນາຢູ່ແຕ່ລະປະເທດ, ປະກອບສ່ວນເພີ່ມພູນຄູນສ້າງໃຫ້ແກ່ການພົວພັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ” ຂອງສອງປະເທດ ພັດທະນາຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງຢູ່ພາກພື້ນ ແລະໃນໂລກ.

ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ໂດຍ: ໄຊນີດາ