ຄວາມເຄັ່ງຕຶງອາເມລິກາ - ເວເນຊູເອລາ: ລັດເຊຍ ຮຽກຮ້ອງບັນດາຝ່າຍ ຈົ່ງລະງັບໃຈ
ວັນທີ 18 ທັນວາ, ກະຊວງການຕ່າງປະເທດລັດເຊຍ ຮຽກຮ້ອງໃຫ້ອຳນາດການປົກຄອງຂອງທ່ານ Donald Trump ປະທານາທິບໍດີອາເມລິກາ “ຈະບໍ່ມີຄວາມຜິດພາດ” ທີ່່ກ່ຽວຂ້ອງເຖິງ ເວເນຊູເອລາ, ພ້ອມທັງສະແດງຄວາມວິຕົກກັງວົນຕໍ່ບັນດາຂໍ້ຕົກລົງຂອງອາເມລິກາ ທີ່ນາບຂູ່ເຖິງການຂົນສົ່ງທາງທະເລສາກົນ.
ຄຳຮຽກຮ້ອງໄດ້ຍົກອອກມາພາຍຫຼັງທີ່ວັນທີ 16 ທັນວາ ທ່ານ Trump ຈັດວາງຄຳສັ່ງ “ປິດລ້ອມຢ່າງສິ້ນເຊີງ ແລະເດັດຂາດ” ສຳລັບບັນດາກໍາປັ່ນຂົນສົ່ງນ້ຳມັນທີ່ນອນໃນເປົ້າໝາຍຖືກລົງໂທດ ແລະມີການເຄື່ອນໄຫວເຂົ້າອອກ ເວເນຊູເອລາ.
ຖະແຫຼງການຂອງກະຊວງການຕ່າງປະເທດ ລັດເຊຍ ກໍໃຫ້ຮູ້ວ່າ ມົດສະກູ ສະໜັບສະໜູນເລື່ອງຫັນການເຈລະຈາລະຫວ່າງ ວໍຊິງຕັນ ແລະ ກາຣາກາສ ເປັນປົກກະຕິ; ຫວັງວ່າ ອາເມລິກາ ຈະບໍ່ແຊກແຊງເຂົ້າໃນກໍລະນີທີ່ອາດຈະພາໄປເຖິງ “ຜົນຕາມມາທີ່ຍາກຈະຄາດຄະເນລ່ວງໜ້າໄດ້ສຳລັບທົ່ວຊີກໂລກຕາເວັນຕົກ”. ຝ່າຍ ລັດເຊຍ ກໍຢັ້ງຢືນສະໜັບສະໜູນ “ແນວທາງຂອງລັດຖະບານຂອງທ່ານປະທານາທິບໍດີ Nicolas Maduro”.
ໃນວັນດຽວກັນ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ຫວ່າງມໍ່ໆມານີ້, ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ໄດ້ດຳເນີນການສົນທະນາທາງໂທລະສັບກັບທ່ານ Nicolas Maduro ປະທານາທິບໍດີ ເວເນຊູເອລາ ແລະຮຽກຮ້ອງໃຫ້ບັນດາປະເທດໃນພາກພື້ນຈົ່ງລະງັບໃຈ ເພື່ອຫຼີກລ້ຽງບັນດາການຜັນແປທີ່ຍາກຈະຄາດຄະເນລ່ວງໜ້າໄດ້.
ແຫຼ່ງຄັດຈາກ: vovworld.vn