ມີນັກຂ່າວລັດເຊຍ ແລະຕ່າງປະເທດປະມານ 600 ຄົນ, ໃນນັ້ນມີຜູ້ຕາງໜ້າອົງການສື່ມວນຊົນຈາກບັນດາປະເທດທີ່ລັດເຊຍ ຈັດເຂົ້າບັນຊີລາຍຊື່ “ບັນດາປະເທດບໍ່ເປັນມິດ” ໄດ້ເຂົ້າຮ່ວມເຫດການ. ການປະຊຸມຂ່າວແກ່ຍາວໃນເວລາ 3 ຊົ່ວໂມງ ແລະທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຕອບ 27 ຄຳຖາມໂດຍກົງ. ຕາມຄະນະຈັດຕັ້ງແລ້ວ, ມີປະມານ 2 ລ້ານຄຳຖາມໄດ້ສົ່ງໄປຍັງທ່ານປະທານາທິບໍດີ ລັດເຊຍ ຜ່ານຫຼາຍຊ່ອງແຕກຕ່າງກັນ.

ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານປະທານາທິບໍດີ Putin ຢືນຢັນວ່າ ເສດຖະກິດລັດເຊຍ ສືບຕໍ່ຮັກສາຄວາມສະຖຽນລະພາບໃນສະພາບການສາກົນສັບສົນ. ບັນດາອົງການມີໜ້າທີ່ຮັບຜິດຊອບພວມສຳເລັດໜ້າທີ່ຄວບຄຸມໄພເງິນເຟີ້ ແລະຮັກສາເສດຖະກິດມະຫາພາກເປັນປົກກະຕິ; ຄາດວ່າອັດຕາເງິນເຟີ້ໃນທ້າຍປີນີ້ແມ່ນຢູ່ໃນລະດັບ 5.8%, ບໍ່ລື່ນກາຍ 7%. ງົບປະມານແຫ່ງຊາດໄດ້ຮັບການດຸນດ່ຽງດ້ວຍລະດັບເທົ່າກັບປີ 2021 ຊື່ງໄດ້ສ່ອງແສງຄວາມສະຖຽນລະພາບຂອງພື້ນຖານເສດຖະກິດ ແລະລະບົບການເງິນ.

ແຫຼ່ງຄັດຈາກ: vovworld.vn