ໄທ ຄາດວ່າຈະລົງປະຊາມະຕິປັບປຸງລັດຖະທຳມະນູນ ແລະຈັດການເລືອກຕັ້ງພ້ອມກັນໃນວັນທີ 8 ກຸມພາປີ 2026
ກປ.ອອນໄລ - ວຽກງານກະກຽມໃຫ້ແກ່ການເລືອກຕັ້ງທົ່ວປະເທດໄທ ປີ 2026 ພວມໄດ້ຜັນຂະຫຍາຍຢ່າງຮີບດ່ວນ.
ວັນທີ 20 ທັນວາ, ຄະນະກຳມະການເລືອກຕັ້ງ ໄທ (EC) ໄດ້ປະກາດໃຊ້ຂໍ້ກຳນົດອະນຸຍາດການລົງປະຊາມະຕິປັບປຸງລັດຖະທຳມະນູນໃນວັນດຽວກັນກັບການເລືອກຕັ້ງທົ່ວປະເທດ ຊື່ງຄາດວ່າຈັດຂຶ້ນໃນວັນທີ 8 ກຸມພາ ປີ 2026. ວິທີເຂົ້າເຖິງນີ້ຊ່ວຍໃຫ້ຫັນວິວັດການປ່ອນບັດເປັນງ່າຍດາຍ, ຊ່ວຍຫລຸດຜ່ອນຄວາມໜັກໜ່ວງໃຫ້ແກ່ວຽກງານຈັດຕັ້ງ, ບໍລິຫານກໍ່ຄືປະຢັດຄ່າໃຊ້ຈາຍ ແລະສ້າງຄວາມສະດວກໃຫ້ແກ່ຜູ້ມີສິດເລືອກຕັ້ງ.
ປະຈຸບັນ, ຂໍ້ກຳນົດນີ້ພວມລໍຖ້າໄດ້ປະກາດຈາກພະບໍລົມວົງສານຸວົງ ກ່ອນທີ່ຈະມີຜົນສັກສິດ. ທ່ານ Anutin Charnvirakul ນາຍົກລັດຖະມົນຕີຊົ່ວຄາວໄດ້ໃຫ້ຂໍ້ສັງເກດວ່າການຈັດຕັ້ງການລົງປະຊາມະຕິປັບປຸງລັດຖະທຳມະນູນ ແລະການເລືອກຕັ້ງທົ່ວປະເທດ ຈະຊ່ວຍປະຢັດໄດ້ເງິນຈຳນວນກ່ວາ 120 ລ້ານ USD. ວຽກງານກະກຽມໃຫ້ແກ່ການເລືອກຕັ້ງທົ່ວປະເທດປີ 2026 ພວມໄດ້ຜັນຂະຫຍາຍຢ່າງຮີບດ່ວນ. ບັນດາສະຖານທີ່ປ່ອນບັດກ່ອນກຳນົດເວລາ, ລວມມີບັນດາສະຖານທີ່ສະຫງວນໃຫ້ແກ່ຜູ້ທີສິດເລືອກຕັ້ງອາຍຸສູງ ແລະຄົນພິການ ຄາດວ່າຈະເປີດປະຕູໃນວັນທີ 1 ກຸມພາປີ 2026.
ໂດຍ: ກວຽດເຕິມ