ວັນທີ 20 ທັນວາ, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ: ໃນຂອບເຂດການຢ້ຽມຢາມ ອາເມລິກາ ໃນວັນທີ 28 ທັນວາຈະມາເຖິງ, ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ ຈະຍື່ນສະເໜີຕໍ່ປະທານນາທິບໍດີ ອາເມລິກາ Donald Trump ບັນດາແຜນການບຸກໂຈມຕີໃໝ່ຕ້ານ ອີຣານ. ແຫຼ່ງຂ່າວຢັ້ງຢືນວ່າ ອິດສະຣາແອັນ ນັບມື້ນັບມີຄວາມວິຕົກກັງວົນຕໍ່ເລື່ອງ ອີຣານ ພວມກໍ່ສ້າງກຳລັງການຜະລິດລູກສອນໄຟນຳວິຖີຄືນໃໝ່ຊ້ຳບໍ່ໜຳແມ່ນໄດ້ເປີດກ້ວາງອີກພາຍຫຼັງການຕໍ່ສູ້ໃນເວລາ 12 ວັນ ແລະ ຄືນລະຫວ່າງສອງຝ່າຍເມື່ອເດືອນມິຖຸນາຜ່ານມາ.

leftcenterrightdel
ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ. ພາບ: Reuters

ຄຽງຂ້າງນັ້ນ, ອິດສະຣາແອັນ ກໍ່ມີຄວາມວິຕົກກັງວົນຕໍ່ເລື່ອງ ອີຣານ ສາມາດຜັນຂະຫຍາຍການເຄື່ອນໄຫວເສີມທາດອູຣານຽມ ຂຶ້ນກັບໂຄງການນິວເຄຼຍຄືນໃໝ່. ແຕ່ເຖິງແນວນັ້ນກໍ່ຕາມ, ວົງການເຈົ້າໜ້າທີ່ ອິດສະຣາແອັນ ຍັງບໍ່ທັນຢັ້ງຢືນຂ່າວດັ່ງກ່າວເທື່ອ. ໄພທີ່ ອິດສະຣາແອັນ ຈະເປີດການຕໍ່ສູ້ໃໝ່ຕ້ານ ອີຣານ ແມ່ນຫົວເລື່ອງທີ່ຫຼາຍພາຫະນະສື່ມວນຊົນພາກພື້ນ ແລະ ສາກົນໄດ້ເຕື້ອງເຖິງໃນໄລຍະຜ່ານມາ.

ແຫຼ່ງຄັດຈາກ: vovworld.vn