ສປຊ: ໄພອຶດຫິວຢູ່ ກາຊາ ໄດ້ຢຸດຕິແລ້ວ ແຕ່ຍັງຢູ່ໃນລະດັບກ່າວເຕືອນ
ວັນທີ 19 ທັນວາ, ສປຊ ໃຫ້ຮູ້ວ່າ ໄພອຶດຫິວເຄີຍໄດ້ປະກາດຢູ່ເຂດກາຊາ ເມື່ອເດືອນສິນຫາຜ່ານມາໄດ້ສິ້ນສຸດລົງຢ່າງເປັນທາງການ ຍ້ອນຄວາມສາມາດເຂົ້າເຖິງການຊ່ວຍເຫຼືອມະນຸດສະທຳໄດ້ຮັບການປົວແປງພາຍຫຼັງຄຳສັ່ງຢຸດຍິງ. ແຕ່ເຖິງແນວນັ້ນກໍ່ຕາມ, ອົງການນີ້ຍັງເນັ້ນໜັກວ່າ ສະພາບທັນຍາຫານຢູ່ເຂດດິນແດນ ປາແລັດສະຕິນ ຍັງ “ຮ້າຍແຮງທີ່ສຸດ”.
ຕາມຂໍ້ລິເລີ່ມຈັດແບ່ງການຄໍ້າປະກັນດ້ານສະບຽງອາຫານປະສົມ (IPC), ປະຈຸບັນ, ບໍ່ມີເຂດໃນຢູ່ເຂດ ກາຊາ ຖືກຈັດເຂົ້າໃນລະດັບ “ໄພອຶດຫິວ ແຕ່ທົ່ວເຂດ ກາຊາ ຍັງນອນໃນ “ສະພາບສຸກເສີນ”. ປະຊາກອນປະມານ 70% ພວມດຳລົງຊີວິດໃນບັນດາເຂດລີ້ໄພຊົ່ວຄາວ, ຕ້ອງປະເຊີນໜ້າກັບໄພອຶດຫິວທີ່ແກ່ຍາວ, ໄພເກີດນໍ້າຖ້ວມຍາມລະດູໜາວ ແລະມີອຸນຫະພູມຫຼຸດລົງຫຼາຍ.
ແຫຼ່ງຄັດຈາກ: vovworld.vn