ວັນທີ 21 ທັນວາ, ທ່ານ Yuri Ushakov, ຜູ້ຊ່ວຍວຽກຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin, ໃຫ້ຮູ້ວ່າ ພາຍຫຼັງບັນດາການເຈລະຈາຂອງທ່ານ Kirill Dmitriev, ທູດພິເສດຂອງປະທານາທິບໍດີ ລັດເຊຍ ກ່ຽວກັບການຮ່ວມມື - ເສດຖະກິດກັບຕ່າງປະເທດຢູ່ Miami (ອາເມລິກາ), ຝ່າຍ ລັດເຊຍ ຈະຕີລາຄາບັນດາສັນຍານຈາກ ອາເມລິກາ ເພື່ອກຳນົດວ່າ ບັນດາຂໍ້ສະເໜີໃດໃນແຜນການສັນຕິພາບກັບ ຢູແກຼນ ສາມາດຮັບຮອງໄດ້ ແລະບັນດາຂໍ້ສະເໜີທີ່ບໍ່ອາດຮັບຮອງຢ່າງເດັດຂາດ.

ທ່ານ Yuri Ushakov ເນັ້ນໜັກວ່າ ຈະນຳເອົາສັນຍານທີ່ ອາເມລິກາ ໄດ້ຮັບຈາກບັນດາຄູ່ຮ່ວມມື ເອີລົບ ແລະຢູແກຼນ. ລັດເຊຍ ຈະປືກສາຫາລືທຸກຂໍ້ມູນດັ່ງກ່າວ ແລະກຳນົດສິ່ງໃດທີ່ສາມາດຮັບຮອງໄດ້ ແລະຂໍ້ສະເໜີໃຫ້ບໍ່ຮັບຮອງຢ່າງເດັດຂາດ. ທ່ານກໍ່ໃຫ້ຮູ້ວ່າ  ລັດເຊຍ ຈະຢຶດໝັ້ນຫຼັກໝັ້ນທີ່ໄດ້ປຶກສາຫລືຢູ່ Alaska, ອາເມລິກາ, ໃນເດືອນ ສິງຫາ ຜ່ານມາ ແລະໃນບັນດາການພົບປະອື່ນກັບອາເມລິກາ.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 21 ທັນວາ, ລັດຖະບານ ຝລັ່ງ ຢືນຢັນວ່າ ພ້ອມແລ້ວຈະດຳເນີນການເຈລະຈາກັບ ລັດເຊຍ ກ່ຽວກັບສະພາບການປະທະກັນຢູ່ ຢູແກຼນ; ພ້ອມທັງເນັ້ນໜັກວ່າ ຝລັ່ງ ຈະພິຈາລະນາບັນດາເງື່ອນໄຂ ແລະຮູບແບບລະອຽດໃຫ້ແກ່ຄວາມອາດສາມາດດັ່ງກ່າວ.

ເຖິງວ່າຍັງບໍ່ທັນມີຄຳຕັດສິນລະອຽດ, ແຕ່ວັງ Élysée ເປີດເຜີຍການສະໜັບສະໜູນຖະແຫຼງການຈາກຝ່າຍ ລັດເຊຍ ແມ່ນສັນຍານຊີ້ນຳໃຫ້ເຫັນວ່າ ຝລັ່ງ ອາດຈະເຊື່ອມຕໍ່ບັນດາການເຈລະຈາຂັ້ນສູງກັບຝ່າຍ ລັດເຊຍ ໃນໄລຍະຈະມາເຖິງ.

ແຫຼ່ງຄັດຈາກ: vovworld.vn