ແລກປ່ຽນປະສົບການໃນການພັດທະນາລະຫວ່າງນະຄອນໂຮ່ຈີມິນ ກັບແຂວງຫົວພັນ, ລາວ
ກປ.ອອນໄລ - ຕອນບ່າຍວັນທີ 17 ທັນວາ, ທ່ານ ຫງວຽນລົກຮ່າ, ຮອງປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ມີເຮັດວຽກກັບຄະນະຜູ້ແທນອົງຄະນະພັກ, ອໍານາດການປົກຄອງແຂວງຫົວພັນ ນໍາໂດຍທ່ານ ບຸນວິໄຊ ກົງປາລີ, ຮອງປະທານຄະນະກໍາມະການປົກຄອງແຂວງຫົວພັນ.
ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ຫງວຽນລົກຮ່າ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມນະຄອນໂຮ່ຈີມິນ ຄັ້ງນີ້ ຂອງຄະນະ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ, ໃນນັ້ນມີນະຄອນໂຮ່ຈີມິນ ແລະແຂວງຫົວພັນ.
    |
 |
|
ທ່ານ ຫງວຽນລົກຮ່າ, ຮອງປະທານຄະນະກໍາມະການປະຊາຊົນ ນະຄອນໂຮ່ຈີມິນ ທີ່ການເຮັດວຽກກັບຄະນະຜູ້ແທນແຂວງຫົວພັນ. ພາບ: sggp.org.vn |
ທ່ານ ຫງວຽນລົກຮ່າ ຢືນຢັນວ່າ: ພັກ, ລັດ ແລະປະຊາຊົນຫວຽດນາມ ເວົ້າລວມ, ອົງຄະນະພັກ, ການປົກຄອງ ແລະປະຊາຊົນນະຄອນໂຮ່ຈີມິນ ເວົ້າສະເພາະ ຍາມໃດກໍ່ມີຄວາມຮັບຮູ້ຢ່າງເລິກເຊິ່ງ, ຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງສຸດແກ່ “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດຫວຽດນາມ-ລາວ”. ໃນໄລຍະທີ່ຜ່ານມາ, ການພົວພັນຮ່ວມມືມິດຕະພາບກັບບັນດາທ້ອງຖິ່ນຂອງລາວ, ໃນນັ້ນມີແຂວງຫົວພັນ ໄດ້ພັດທະນາເລິກເຊິ່ງກວ້າງຂວາງຢ່າງບໍ່ຢຸດຢັ້ງໃນຫຼາຍຂົງເຂດ, ນັບມື້ນັບບັນລຸໄດ້ໝາກຜົນແທດຈິງ. ນະຄອນໂຮ່ຈີມິນ ພ້ອມແລ້ວທີ່ຈະແບ່ງປັນປະສົບການ, ຄວາມຮູ້, ທິດສະດີ, ພຶດຕິກໍາຕົວຈິງໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ແກ່ແຂວງຫົວພັນ.
    |
 |
|
ຄະນະຜູ້ແທນແຂວງຫົວພັນ ທີ່ການເຮັດວຽກ. ພາບ: sggp.org.vn |
ສ່ວນທ່ານ ບຸນວິໄຊ ກົງປາລີ ແບ່ງປັນຄວາມສາມາດບົ່ມຊ້ອນໃນການພັດທະນາຂອງແຂວງຫົວພັນ; ປາດຖະໜາວ່າ ໃນໄລຍະຈະມາເຖິງ, ແຂວງຫົວພັນ ແລະ ນະຄອນໂຮ່ຈິມິນ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງສອງທ້ອງຖິ່ນໃນຫຼາຍຂົງເຂດໃຫ້ເຂົ້າສູ່ລວງເລິກ, ແທດຈິງ.
    |
 |
|
ບັນດາຜູ້ແທນທີ່ການເຮັດວຽກ. ພາບ: sggp.org.vn |
ທີ່ການເຮັດວຽກ, ຜູ້ຕາງໜ້າພະແນກການເງິນ, ພະແນກທ່ອງທ່ຽວ, ພະແນກການຕ່າງປະເທດ, ພະແນກກະສິກຳ ແລະສິ່ງແວດລ້ອມ, ສູນສົ່ງເສີມການຄ້າ ແລະການລົງທຶນນະຄອນໂຮ່ຈີມິນ ໄດ້ແລກປ່ຽນ ແລະແບ່ງປັນບົດຮຽນປະສົບການໃນການດຶງດູດການລົງທຶນ, ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ, ພັດທະນາເສດຖະກິດທ້ອງຖິ່ນ, ສົ່ງເສີມ ແລະຄຸ້ມຄອງການທ່ອງທ່ຽວ, ພັດທະນາກະສິກຳ, ວຽກງານການພົວພັນຕ່າງປະເທດ ແລະ ການທູດເສດຖະກິດ.
ໂດຍ: ທູຈາງ