ອີຣານ ຖະແຫຼງບໍ່ປະນິປະນອມກ່ຽວກັບໂຄງການລູກສອນໄຟ
ວັນທີ 22 ທັນວາ, ອີຣານ ຢັ້ງຢືນວ່າ ໂຄງການລູກສອນໄຟຂອງປະເທດນີ້ ມີລັກສະນະປ້ອງກັນຕົວ ແລະໄດ້ຮັບການອອກແບບເພ່ື່ອສະກັດກັ້ນການບຸກໂຈມຕີຄັ້ງຕ່າງໆ.
ເມື່ອກ່າວຄຳເຫັນໃນການປະຊຸມຂ່າວປະຈຳອາທິດ, ທ່ານ Esmaeil Baqaei ໂຄສົກກະຊວງການຕ່າງປະເທດອີຣານ ຊີ້ແຈ້ງວ່າ: “ໂຄງການລູກສອນໄຟໄດ້ຮັບການພັດທະນາເພື່ອປ້ອງກັນດິນແດນຂອງ ອີຣານ, ຫາກບໍ່ແມ່ນເພື່ອປະນິປະນອມ”, ໃນວັນດຽວກັນ, ສື່ມວນຊົນ ອີຣານ ໃຫ້ຂ່າວວ່າ ປະເທດນີ້ໄດ້ດຳເນີນບັນດາການຊ້ອມຮົບດ້ວຍລູກສອນໄຟຢູ່ຫຼາຍນະຄອນລວມມີ Tehran, Isfahan ແລະ Mashhad.
ກ່ອນໜ້ານັ້ນ, ວົງການເຈົ້າໜ້າທີ່ ອິດສະຣາແອັນ ໄດ້ກ່າວເຕືອນກ່ຽວກັບການຊ້ອມຮົບຂອງ ອີຣານ, ໂດຍຖືວ່າ ເຕເຮຣານ ພວມກໍ່ສ້າງຄືນ ແລະເປີດກວ້າງການຜະລິດລູກສອນໄຟນຳວິຖີພາຍຫຼັງການຮົບທີ່ແກ່ຍາວ 12 ວັນ ເມື່ອເດືອນ ມິຖຸນາ ຜ່ານມາ, ແລະ ເຕເຮຣານ ອາດພວມຟື້ນຟູໂຄງການເສີມທາດນິວເຄຼຍຄືນໃໝ່ ພາຍຫຼັງຖືກເສຍຫາຍຢ່າງໜັກໜ່ວງຍ້ອນການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແລະອາເມລິກາ.
ແຫຼ່ງຄັດຈາກ: vovworld.vn