ການສົມທົບຢ່າງແໜ້ນແຟ້ນລະຫວ່າງວິສາຫະກິດ ແລະກໍາລັງການແພດທ້ອງຖິ່ນ ບໍ່ພຽງແຕ່ຍົກສູງການເບິ່ງແຍງດູແລສຸຂະພາບໃຫ້ແກ່ກໍາມະກອນຢ່າງມີປະສິດທິຜົນເທົ່ານັ້ນ, ຫາກຍັງຢືນຢັນຄວາມຜູກພັນສະໜິດແໜ້ນລະຫວ່າງວິສາຫະກິດຫວຽດນາມ ຢູ່ລາວ ກັບອໍານາດປົກຄອງປະເທດປະຈໍາຖິ່ນ, ສະແດງໃຫ້ເຫັນຢ່າງຈະແຈ້ງຄວາມຮັບຜິດຊອບຕໍ່ສັງຄົມ ແລະການກໍານົດທິດພັດທະນາແບບຍືນຍົງຂອງບໍລິສັດຂຸດຄົ້ນແຮ່ທາດ Sakai.

ໂດຍແມ່ນໜຶ່ງໃນຈຳນວນກໍາມະກອນຫຼາຍຄົນທີ່ມີໜ້າມາກວດສຸຂະພາບປະຈໍາໄລຍະແຕ່ເຊົ້າຢູ່ບໍລິສັດ, ທ້າວ ໂບ ພົມມະຈິດ ໃຫ້ຮູ້ວ່າ ເລື່ອງໄດ້ກວດສຸຂະພາບຢູ່ບ່ອນເຮັດວຽກແມ່ນສະດວກທີ່ສຸດ, ຊ່ວຍປະຢັດເວລາ ແລະເຫື່ອແຮງ, ພ້ອມທັງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງວິສາຫະກິດທີ່ມີຕໍ່ການດຳລົງຊີວິດຂອງກຳມະກອນຜູ້ອອກແຮງງານ.

leftcenterrightdel
ກຳມະກອນຢູ່ບໍລິສັດຂຸດຄົ້ນແຮ່ທາດ Sakai ລໍຖ້າກວດສຸຂະພາບປະຈໍາໄລຍະຢູ່ ບໍລິສັດ. ພາບ: ສໍານັກຂ່າວສານຫວຽດນາມ

ທ້າວ ໂບ ພົມມະຈິດ ໃຫ້ຮູ້ວ່າ ກ່ອນໜ້ານີ້ ລາວ ເຄີຍເຮັດວຽກເສລີ ຢູ່ຮ້ານສ້ອມແປງລົດ, ມີລາຍຮັບຕໍ່າ ແລະບ່ອນຢູ່-ບ່ອນກິນກໍ່ບໍ່ໝັ້ນຄົງ. ນັບແຕ່ເລີ່ມເຂົ້າເຮັດວຽກຢູ່ບໍລິສັດຂຸດຄົ້ນແຮ່ທາດ Sakai, ລາຍຮັບຂອງລາວ ໄດ້ເພີ່ມຂຶ້ນເປັນຫຼາຍກວ່າ 5 ລ້ານກີບຕໍ່ເດືອນ ແລະບໍລິສັດຍັງຈ່າຍຄ່າປະກັນສັງຄົມໃຫ້ຢ່າງຄົບຖ້ວນ ແລະຈັດແຈງບ່ອນກິນ, ບ່ອນພັກທີ່ໝັ້ນຄົງໃຫ້. ອີງໃສ່ສິ່ງດັ່ງກ່າວນັ້ນ, ມາດຕະຖານການດຳລົງຊີວິດຄອບຄົວຂອງລາວ ຈຶ່ງດີຂຶ້ນ, ລາວ ຈຶ່ງສາມາດເຮັດວຽກດ້ວຍຄວາມອຸ່ນອ່ຽນໃຈ ແລະລາວ ຢາກເຮັດວຽກນຳບໍລິສັດນີ້ໄປດົນໆ.

ໃນຄວາມຮູ້ສຶກດຽວກັນ, ທ້າວ ຈັນ ອິນທະຄອນ ຍັງໃຫ້ຮູ້ຕື່ມອີກວ່າ ນັບແຕ່ໄດ້ມາເຮັດວຽກຢູ່ບໍລິສັດ Sakai, ລາວ ໄດ້ສັງເກດເຫັນວ່າ ຍາມໃດບໍລິສັດກໍ່ມີຄວາມເປັນຫ່ວງເປັນໄຍຕໍ່ການດຳລົງຊີວິດຂອງກຳມະກອນ, ພິເສດແມ່ນກ່ຽວກັບບ່ອນຢູ່, ບ່ອນກິນທີ່ໝັ້ນຄົງ. ໃນແຕ່ລະປີ, ທາງບໍລິສັດໄດ້ຈັດໃຫ້ພະນັກງານການແພດຈາກເມືອງມາກວດສຸຂະພາບເປັນປະຈຳ, ຊ່ວຍໃຫ້ພວກເຂົາມີສຸຂະພາບແຂງແຮງໃນການເຮັດວຽກ. ທ້າວ ຈັນ ອິນທະຄອນ ຮູ້ສຶກວ່າ ເງື່ອນໄຂການເຮັດວຽກທັງໝົດແມ່ນໄດ້ຮັບປະກັນ ແລະການດຳລົງຊີວິດຂອງລາວ ກໍ່ໄດ້ຮັບການຍົກສູງຂຶ້ນຢ່າງຕໍ່ເນື່ອງ.

ບໍ່ພຽງແຕ່ຜູ້ອອກແຮງງານມີອາລົມຈິດຕໍ່ກັບບໍລິສັດ Sakai ເທົ່ານັ້ນ, ອໍານາດການປົກຄອງທ້ອງຖິ່ນກໍ່ຕີລາຄາສູງຕໍ່ການປະກອບສ່ວນຢ່າງແທດຈິງຂອງວິສາຫະກິດຫວຽດນາມ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມຢູ່ບໍລິເວນ. ທ່ານ ສັງວອນ ພິມມະສອນ, ປະທານຄະນະກໍາມະການປົກຄອງເມືອງສັງທອງ, ໄດ້ໃຫ້ຮູ້ວ່າ ນັບແຕ່ບໍລິສັດໄດ້ເລີ່ມດຳເນີນທຸລະກິດຂຸດຄົ້ນແຮ່ທາດຢູ່ບ້ານ Sakai ໃນປີ 2018, ທາງທ້ອງຖິ່ນ ໄດ້ຮັບຮູ້ຜົນປະໂຫຍດທີ່ແທດຈິງ.

ບໍລິສັດບໍ່ພຽງແຕ່ປະຕິບັດພັນທະຂອງຕົນຕໍ່ລັດລາວ ຢ່າງຄົບຖ້ວນເທົ່ານັ້ນ, ແຕ່ຍັງຕັ້ງໜ້າເຂົ້າຮ່ວມການພັດທະນາພື້ນຖານໂຄງລ່າງ, ການປັບປຸງຖະໜົນຫົນທາງ ແລະສະໜັບສະໜູນໂຄງການພັດທະນາເສດຖະກິດ-ສັງຄົມຕາມການສະເໜີຂອງທ້ອງຖິ່ນ, ເຊັ່ນ: ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດ ແລະໄພນໍ້າຖ້ວມ. ອີງໃສ່ສິ່ງດັ່ງກ່າວນັ້ນ, ຊີວິດການເປັນຢູ່ຂອງປະຊາຊົນໃນບ້ານຕ່າງໆຈຶ່ງໄດ້ຮັບການຍົກລະດັບໃຫ້ດີຂຶ້ນ. 

ທ່ານ ສັງວອນ ພິມມະສອນ ໄດ້ສະແດງຄວາມຂອບໃຈຕໍ່ບໍລິສັດ ທີ່ໄດ້ຮ່ວມເດີນທາງ ແລະປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງເມືອງສັງທອງ.

ອາໄສຢູ່ໄກຈາກບ້ານເກີດເມືອງນອນຂອງຕົນລະຫວ່າງຄວາມແຕກຕ່າງທາງດ້ານພາສາ, ວັດທະນະທໍາ ແລະລະບົບກົດໝາຍ, ນັກທຸລະກິດຍິງ ຟ້າມທິມິງເຮືອງ - ຜູ້ອໍານວຍການບໍລິສັດຂຸດຄົ້ນແຮ່ທາດ Sakai - ມີບາງຄັ້ງຄາວທີ່ເຄີຍຄິດວ່າ ບໍ່ສາມາດຜ່ານຜ່າຄວາມຫຍຸ້ງຍາກນີ້ໄປໄດ້. ເຖິງຢ່າງໃດກໍ່ຕາມ, ແທນທີ່ຈະທໍ້ຖອຍ, ລາວໄດ້ອົດທົນຮຽນຮູ້, ເຄົາລົບກົດໝາຍປະເທດປະຈຳຖິ່ນ, ເຊື່ອມຕົວເຂົ້າກັບສະພາບແວດລ້ອມແຫ່ງການດຳລົງຊີວິດ ແລະຮີດຄອງປະເພນີຂອງຊາວທ້ອງຖິ່ນ, ນັບມື້ນັບສ້າງຄວາມເຊື່ອໝັ້ນຜ່ານການກະທຳທີ່ລະອຽດ, ອົດທົນ.

ໂດຍຜ່ານການເວລາ, ລາວ ໄດ້ສ້າງອິດ​ທິ​ພົນ​ຊື່​ສຽງ ແລະບັນລຸຜົນງານຢ່າງຕັ້ງໜ້າໃນການເຄື່ອນໄຫວລົງທຶນຂຸດຄົ້ນແຮ່ທາດ, ໃຫ້ຄຳປຶກສາ ແລະເຊື່ອມຕໍ່ການຮ່ວມມືລົງທຶນ, ຜ່ານນັ້ນປະກອບສ່ວນສ້າງວຽກເຮັດງານທໍາທີ່ໝັ້ນຄົງໃຫ້ຊາວທ້ອງຖິ່ນ, ປະກອບສ່ວນໃຫ້ງົບປະມານຂອງລາວ ແລະຊຸກຍູ້ພັດທະນາເສດຖະກິດ-ສັງຄົມທ້ອງຖິ່ນ.

ເມື່ອແບ່ງປັນກັບນັກຂ່າວສໍານັກຂ່າວສານຫວຽດນາມ ປະຈຳ ລາວ, ທ່ານນາງ ມິງເຮືອງ ເນັ້ນໜັກວ່າ, ໃນຖານະທີ່ເປັນວິສາຫະກິດຫວຽດນາມ ລົງທຶນຢູ່ລາວ, ໄປຄຽງຄູ່ກັບຄວາມມານະພະຍາຍາມພັດທະນາເພື່ອຮັກສາ ແລະເປີດກວ້າງການຜະລິດ, ບໍລິສັດໄດ້ເອົາໃຈໃສ່ເປັນພິເສດເຖິງວຽກງານຮັບປະກັນຊີວິດສັງຄົມຂອງທ້ອງຖິ່ນ ແລະເບິ່ງແຍງດູແລຊີວິດການເປັນຢູ່ຂອງກໍາມະກອນ.

ຄຽງຂ້າງນັ້ນ, ວິສາຫະກິດຍັງໄດ້ເອົາໃຈໃສ່ຕໍ່ການປົກປັກຮັກສາສິ່ງແວດລ້ອມ, ປູກຕົ້ນໄມ້ຫຼາຍສິບພັນຕົ້ນ, ຕົ້ນໄມ້ກິນໝາກ ແລະຕົ້ນໄມ້ທີ່ມີຄ່າ; ເຂົ້າຮ່ວມການກໍ່ສ້າງພື້ນຖານໂຄງລ່າງ, ວັດວາອາຮາມ, ໂຮງຮຽນ, ຫ້ອງການຂອງເມືອງ ແລະຫ້ອງການບ້ານ; ສະໜັບສະໜູນການປ້ອງກັນ, ຄວບຄຸມໄຟໄໝ້ປ່າ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກນ້ຳຖ້ວມ ແລະໄພທຳມະຊາດ...

ຕາມທ່ານນາງ ມິງເຮືອງ ແລ້ວ, ເປົ້າໝາຍຂອງບໍລິສັດແມ່ນທັງພັດທະນາເສດຖະກິດ, ທັງເຜີຍແຜ່ຄຸນຄ່າຂອງຊາດ. ໂຄງການທີ່ປະສົບຜົນສຳເລັດແຕ່ລະໂຄງການນັ້ນບໍ່ພຽງແຕ່ເປັນປະໂຫຍດຕໍ່ບໍລິສັດເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການສ້າງພາບພົດຂອງຫວຽດນາມ ທີ່ມີອິດທິພົນຊື່ສຽງ, ມີຄວາມຮັບຜິດຊອບ ແລະໜ້າເຊື່ອຖືໃນສາຍຕາເພື່ອນມິດສາກົນ.

ຈາກພຶດຕິກໍາຕົວຈິງຈາກຮູບແບບນີ້ສືບຕໍ່ຢືນຢັນບົດບາດ ແລະຄວາມຮັບຜິດຊອບຂອງວິສາຫະກິດຫວຽດນາມ ຢູ່ລາວ, ບໍ່ພຽງແຕ່ໃນການພັດທະນາເສດຖະກິດເທົ່ານັ້ນ ຫາກຍັງໃນການແຜ່​ຂະ​ຫຍາຍຄຸນຄ່າມະນຸດສະທຳ, ປັບປຸງເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່,  ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງຫວຽດນາມ ແລະລາວ ອີກດ້ວຍ.

ໂດຍ: ໄຊນີດາ