leftcenterrightdel
ທຸງສະຫະພາບເອີຣົບ ຢູ່ ບຣຸກແຊນ, ແບນຊິກ. ພາບ: REUTERS/Yves Herman

ຕາມແຈ້ງການຂອງສະພາແລ້ວ, ບັນດາມາດຕະການລົງໂທດຕາມຂົງເຂດ, ໂດຍ ອີຢູ ຈັດວາງຄັ້ງທຳອິດເມື່ອປີ 2014 ແລະເປີດກວ້າງຫຼາຍພໍສົມຄວນພາຍຫຼັງເດືອນ ກຸມພາ 2022, ລວມມີບັນດາຂໍ້ຈຳກັດທີ່ເລິກເຊິ່ງ ແລະກວ້າງຂວາງໃນບັນດາຂົງເຂດການຄ້າ, ການເງິນ, ພະລັງງານ, ເຕັກໂນໂລຢີ ແລະສິນຄ້າໃຊ້ໄດ້ສອງຢ່າງ, ອຸດສາຫະກຳ, ການຂົນສົ່ງ ກໍຄືສິນຄ້າຫຼູຫຼາລາຄາແພງ. ອີຢູ ຢັ້ງຢືນວ່າ ຈະຮັກສາບັນດາມາດຕະການນີ້ຈົນຮອດເມື່ອ ມົດສະກູ ມີການກະທຳໃດໜຶ່ງ, ພ້ອມທັງໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະຈັດວາງບັນດາມາດຕະການເພີ່ມເຕີມຖ້າມີຄວາມຈຳເປັນ. ໃນແຈ້ງການກໍໄດ້ຢັ້ງຢືນຄືນຄຳໝັ້ນສັນຍາຂອງ ອີຢູ ໃນການສືບຕໍ່ໜູນຊ່ວຍ ຢູແກຼນ.

ໃນຂະນະນັ້ນ, ເມື່ອກ່າວຄຳເຫັນກ່ຽວກັບຜົນການເຈລະຈາຢູ່  Miami, ອາເມລິກາ, ລະຫວ່າງ ລັດເຊຍ, ອາເມລິກາ ແລະ ຢູແກຼນ ທີ່ໄດ້ສິ້ນສຸດໃນທ້າຍອາທິດຜ່ານມາ, ທ່ານ Sergey Ryabkov ຮອງລັດຖະມົນຕີການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ ວິວັດທະນາການດຳເນີນການເຈລະຈາຍັງ “ຊັກຊ້າຢູ່”. ພ້ອມທັງເນັ້ນໜັກວ່າ ຍັງມີຫຼາຍບັນຫາຄົງຄ້າງທີ່ຍັງບໍ່ທັນເຮັດແຈ້ງເທື່ອ, ໃນນັ້ນມີການດັດປັບຈຳນວນໜຶ່ງ  ໂດຍ ຢູແກຼນ ແລະບັນດາປະເທດຝ່າຍຕາເວັນຕົກ ສະເໜີແຕ່ບໍ່ທັນເໝາະສົມກັບຫຼັກໝັ້ນຂອງ ລັດເຊຍ.

ແຫຼ່ງຄັດຈາກ: vovworld.vn