leftcenterrightdel
ກຳລັງເຈົ້າໜ້າທີ່ອິດສະຣາແອັນ ໄດ້ດຳເນີນການທຸບມ້າງຕຶກອາຄານ 4 ຊັ້ນຂອງຊຸມຊົນຢູ່ເຂດ Jerusalem ຕາເວັນອອກ, ວັນທີ 22 ທັນວາ. ພາບ: REUTERS/Ammar Awad

ອຳນາດການປົກຄອງນະຄອນ Jerusalem ໃຫ້ຮູ້ວ່າ ການທຸບມ້າງໄດ້ປະຕິບັດຕາມຄຳສັ່ງຂອງສານ ນັບແຕ່ປີ 2014 ແລະເຂດດິນດັ່ງກ່າວຖືກວາງແຜນຜັງເພື່ອຈຸດປະສົງບັນເທິງ, ກິລາ ແລະພື້ນຖານໂຄງລ່າງສາທາລະນະ, ບໍ່ແມ່ນເຂດດິນເພື່ອກໍ່ສ້າງເຮືອນຢູ່. ຝ່າຍ ອິດສະຣາແອັນ ຢັ້ງຢືນວ່ານີ້ແມ່ນມາດຕະການທີ່ຈຳເປັນເພື່ອແກ້ໄຂບັນດາກິດຈະກຳກໍ່ສ້າງຜິດກົດໝາຍ. ເຖິງຢ່າງໃດກໍຕາມ, ບັນດາອົງການຈັດຕັ້ງສິດທິມະນຸດ ແລະຊຸມຊົນທ້ອງຖິ່ນພັດປະຕິເສດຕໍ່ອ້າງເຫດຜົນດັ່ງກ່າວ. ບັນດານັກເຄື່ອນໄຫວຖືວ່າ ຊາວ ປາແລັດສະຕິນ ເກືອບຄືວ່າບໍ່ສາມາດຂໍໃບອະນຸຍາດກໍ່ສ້າງໄດ້ຍ້ອນບັນດານະໂຍບາຍວາງແຜນຜັງຈໍາກັດຂອງ ອິດສະຣາແອັນ. ອຳນາດການປົກຄອງ ປາແລັດສະຕິນ ຢູ່ Ramallah ຕຳໜິຕິຕຽນວ່າ ນີ້ແມ່ນ “ນະໂຍບາຍແນໃສ່ບັງຄັບຊຸມຊົນຢູ່ທີ່ນີ້ຕ້ອງຍົກຍ້າຍໄປ”.

ກໍໃນວັນດຽວກັນ, ກອງທັບອິດສະຣາແອັນ ສືບຕໍ່ບຸກໂຈມຕີເຂົ້າເຂດໃກ້ກັບນະຄອນທະເລ Sidon, ພາກໃຕ້ລີບັງ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 3 ຄົນ. ນັກຊ່ຽວຊານ ແລະນັກວິເຄາະຫຼາຍທ່ານ ໃນພາກພື້ນມີຄວາມວິຕົກກັງວົນຕໍ່ເລື່ອງອິດສະຣາແອັນ ອາດຈະເປີດບັ້ນຕໍ່ສູ້ເລັ່ງໃສ່ ລີບັງ ໃນໄລຍະຈະມາເຖິງ ເພື່ອປາບປາມເຮັກໂບລາ.

ແຫຼ່ງຄັດຈາກ: vovworld.vn