ທະຫານຊາຍແດນແຂວງເຊີນລາ ແລະດ້ຽນບຽນ ພົບປະສອງຝ່າຍກັບສອງແຂວງພາກເໜືອຂອງລາວ
ກປ.ອອນໄລ - ຕອນບ່າຍວັນທີ 17 ທັນວາ, ກຳລັງປ້ອງກັນຊາຍແດນສອງແຂວງເຊີນລາ ແລະດ້ຽນບຽນ (ຫວຽດນາມ) ແລະສອງແຂວງຜົ້ງສາລີ, ແຂວງຫຼວງພະບາງ (ສປປ ລາວ) ໄດ້ດຳເນີນການພົບປະສອງຝ່າຍເປັນປະຈໍາໄລຍະ ຄັ້ງທີ XVII.
ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບໃຫ້ຂໍ້ສັງເກດວ່າ ບັນດາອິດທິກໍາລັງປໍລະປັກ ແລະກຸ່ມຄົນບໍ່ຫວັງດີຢູ່ພາຍໃນ ແລະຕ່າງປະເທດ ສືບຕໍ່ສວຍໃຊ້ບັນດາບັນຫາຊົນເຜົ່າ, ສາສະໜາເພື່ອຕ້ານ ແລະທຳລາຍສອງພັກ, ສອງລັດ ຫວຽດນາມ-ລາວ; ແບ່ງແຍກກຸ່ມກ້ອນມະຫາສາມັກຄີຊົນຊາດ. ຄຽງຂ້າງນັ້ນ, ການເຄື່ອນໄຫວຂອງອາດຊະຍາກຳປະເພດຕ່າງໆ, ເປັນຕົ້ນແມ່ນອາດຊະຍາກໍາຊື້ຂາຍ, ຂົນສົ່ງຢາເສບຕິດຜິດກົດໝາຍ, ອາວຸດ ແລະວັດຖຸລະເບີດ; ການເຂົ້າ-ອອກເມືອງຜິດກົດໝາຍຍັງເກີດຂຶ້ນ, ສົ່ງຜົນກະທົບໂດຍກົງຕໍ່ຄວາມໝັ້ນຄົງເຂດຊາຍແດນລະຫວ່າງ 4 ແຂວງ.
ຕໍ່ໜ້າສະພາບການດັ່ງກ່າວ, ບັນດາຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານຢ່າງເປັນປະຈຳ, ສົມທົບກັນຢ່າງແໜ້ນແຟ້ນ ແລະທັນການ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ ໂດຍບັງເອີນ; ຕອບຕ້ານກັບກົນອຸບາຍ, ການເຄື່ອນໄຫວຕ້ານ ແລະທຳລາຍຕັ້ງແຕ່ຫົວທີ່.
    |
 |
|
ສອງຝ່າຍລົງນາມບົດບັນທຶກ ທີ່ການພົບປະສອງຝ່າຍລະຫວ່າງກຳລັງປ້ອງກັນຊາຍແດນແຂວງເຊີນລາ ແລະດ້ຽນບຽນ (ຫວຽດນາມ) ກັບແຂວງຜົ້ງສາລີ, ແຂວງຫຼວງພະບາງ (ລາວ). ພາບ: nhandan.vn |
ສິ້ນສຸດການພົບປະສອງຝ່າຍ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ 7 ເນື້ອໃນພື້ນຖານເພື່ອລົງນາມ ແລະສົມທົບກັນປະຕິບັດໃນວຽກງານປົກປັກຮັກສາຊາຍແດນໃນໄລຍະຈະມາເຖິງ ຢູ່ 4 ແຂວງ ເຊີນລາ, ດ້ຽນບຽນ, ຜົ້ງສາລີ, ຫຼວງພະບາງ. ເນື້ອໃນຈຸດສຸມແມ່ນຍູ້ແຮງການໂຄສະນາ, ຂົນຂວາຍປະຊາຊົນປະຕິບັດຕາມແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດຂອງແຕ່ລະຝ່າຍຢ່າງເຂັ້ມງວດ; ຍົກສູງສະຕິລະວັງຕົວ.
ບັນດາຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການຂົນຂວາຍປະຊາຊົນຢ່າງຕັ້ງໜ້າ ເພື່ອກ່າວໂທດອາດຊະຍາກຳ, ພ້ອມແລ້ວທີ່ຈະສົມທົບກັບກຳລັງປ້ອງກັນຊາຍແດນສອງປະເທດຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆ; ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະພ້ອມກັນພັດທະນາ.
ໂດຍ: ເຈິ່ນຮວ່ຽນ