leftcenterrightdel
ສຳນັກງານສະພາແຫ່ງຊາດອາເມລິກາ. ພາບ: REUTERS

ກ່ອນໜ້ານັ້ນ, ສະພາຕ່ຳອາເມລິກາ ກໍ່ໄດ້ຮັບຮອງເອົາຮ່າງກົດໝາຍສະບັບນີ້. ທ່ານ Roger Wicker ປະທານກຳມາທິການການທະຫານສະພາສູງ ໃຫ້ຮູ້ວ່າ ນີ້ແມ່ນປີທີ 65 ຢ່າງລຽນຕິດ ສະພາແຫ່ງຊາດອາເມລິກາ ບັນລຸໄດ້ຄວາມເຫັນດີເຫັນພ້ອມໃນການຮັບຮອງເອົາກົດໝາຍສະບັບໜຶ່ງ ເພື່ອແນໃສ່ຮັກສາ ແລະ ເພີ່ມທະວີກຳລັງຄວາມສາມາດດ້ານປ້ອງກັນຊາດ. ຮ່າງກົດໝາຍຍັງໄດ້ຮັບຖືວ່າແມ່ນກົດໝາຍມອບສິດດ້ານປ້ອງກັນຊາດ ປີການເງິນ 2026 (NDAA), ແມ່ນໝາກຜົນຂອງການປຶກສາຫາລືລະຫວ່າງບັນດາສະບັບຕ່າງໆໂດຍສະພາຕ່ຳ ແລະສະພາສູງຮັບຮອງເອົາກ່ອນໜ້ານັ້ນ. ກົດໝາຍສະບັບອອກໃນປີນີ້ລວມມີຫຼາຍມາດຖານເພີ່ມທະວີຄວາມໝັ້ນຄົງ ຢູ່ເອີລົບ, ໃນສະພາບອຳນາດການປົກຄອງທ່ານ Donald Trump ປະທານາທິບໍດີອາເມລິກາ ພວມດຳເນີນການຕີລາຄາການພົວພັນລະຫວ່າງອາເມລິກາ ກັບພາກພື້ນນີ້ຄືນໃໝ່.

ແຫຼ່ງຄັດຈາກ: vovworld.vn