ກອງທັບ ອິດສະຣາແອັນ ຖະແຫຼງວ່າ ບັນດາບັ້ນບຸກໂຈມຕີ ແມ່ນແນໃສ່ “ບັນດາສະຖານທີ່ພື້ນຖານໂຄງລ່າງກໍ່ການຮ້າຍຢູ່ຫຼາຍເຂດໃນທົ່ວປະເທດ ລີບັງ”, ລວມມີເຂດການທະຫານປະສົມ ໂດຍເຮັກໂບລາ ນຳໃຊ້ເພື່ອດຳເນີນການຝຶກຊ້ອມ. ໃນຖະແຫຼງການອື່ນ, ກອງທັບ ອິດສະຣາແອັນ ໃຫ້ຮູ້ວ່າ ໄດ້ບຸກໂຈມຕີສະມາຊິກ ເຮັກໂບລາ ຢູ່ເຂດ Taybeh ພາກໃຕ້ ລີບັງ. ບັນດາບັ້ນບຸກໂຈມຕີ ໄດ້ດຳເນີນໃນຂະນະທີ່ຄະນະກຳມະການຕິດຕາມກວດກາຄຳສັ່ງຢຸດຍິງ, ລວມມີ ອາເມລິກາ ແລະຝລັ່ງ, ຄາດວ່າ ຈະດຳເນີນການປະຊຸມໃນວັນທີ 19 ທັນວາ ນີ້.

ຕາມກະຊວງສາທາລະນະສຸກ ລີບັງ ແລ້ວ, ໃນບັ້ນບຸກໂຈມຕີຄັ້ງຕ່າງໆຂອງ ອິດສະຣາແອັນ ເຂົ້າໃສ່ລີບັງ ນັບແຕ່ເມື່ອຂໍ້ຕົກລົງຢຸດຍິງມີຜົນສັກສິດນັ້ນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດປະມານ 340 ຄົນ.

ແຫຼ່ງຄັດຈາກ: vovworld.vn