ບັນດາເຈົ້າໜ້າທີ່ໃຫ້ຮູ້ວ່າ ເດືອນສິງຫາ, ຟີລິບປິນ ແລະ UAE ໄດ້ຍື່ນໃບຄຳຮ້ອງຂໍເຂົ້າຮ່ວມສັນຍາດັ່ງກ່າວເຖິງນິວຊີແລນ, ເຊິ່ງເປັນປະເທດສວມບົດບາດເປັນໃຈກາງບໍລິຫານຂອງສັນຍາສະບັບນີ້. ສັນຍາ CPTPP ຍົກເວັ້ນພາສີສຳລັບສິນຄ້າຫຼາຍປະເພດ ແລະເຮັດໃຫ້ບັນດາຫຼັກການກ່ຽວກັບຊັບສິນທາງປັນຍາ ແລະ ຂົງເຂດອື່ນໆກົມກຽວ.

ສັນຍາສະບັບດັ່ງກ່າວມີສະມາຊິກທັງໝົດ 12 ປະເທດ, ໃນນັ້ນມີຫວຽດນາມ.  ໂກດສຕາ ຣີຕາ ພວມໃນໄລຍະເຈລະຈາເພື່ອເຂົ້າເປັນສະມາຊິກ, 8 ປະເທດ ແລະ ພາກພື້ນອື່ນ, ໃນນັ້ນມີ ຟິລິບປິນ ແລະ UAE ໄດ້ຍື່ນໃບຄຳຮ້ອງຂໍ ແລະ ກຳລັງລໍຖ້າການເຈລະຈາ.

ແຫຼ່ງຄັດຈາກ: vovworld.vn