ລັດເຊຍ ພ້ອມແລ້ວທີ່ຈະເຊື່ອມຕໍ່ການທົດລອງນິວເຄຼຍຄືນໃໝ່ ຖ້າບັນດາປະເທດອື່ນ ມີການກະທຳທີ່ຄ້າຍຄືກັນ
ທ່ານ Sergey Shoigu ເລຂາສະພາຄວາມໝັ້ນຄົງ ລັດເຊຍ ຖະແຫຼງວ່າ ລັດເຊຍ ຮັກສາບັນດາສະຖານທີ່ທົດລອງນິວເຄຼຍໃນສະພາບການກຽມພ້ອມເຄື່ອນໄຫວ ແລະ ຈະປະຕິບັດບັນດາການທົດລອງຖ້າຫາກ ອາເມລິກາ ຫຼື ບັນດາປະເທດອື່ນດຳເນີນການທົດລອງນິວເຄຼຍຄືນໃໝ່.