leftcenterrightdel
ການບຸກໂຈມຕີຂອງກອງທັບ ອິດສະຣາແອັນ ໃສ່ ລີບັງ ກໍ່ເຮັດໃຫ້ຢ່າງໜ້ອຍສຸດ 29 ຄົນເສຍຊີວິດ. ພາບປະກອບ: REUTERS/Ayal Margolin

ໂດຍບໍ່ຫົວຊາຕໍ່ຄຳຮຽກຮ້ອງ ແລະການກ່າວເຕືອນສາກົນ, ວັນທີ 2 ພະຈິກ, ກອງທັບ ອິດສະຣາແອັນ ສືບຕໍ່ບຸກໂຈມຕີທາງອາກາດໃສ່ເຂດກາຊາ, ໂດຍອ້າງວ່າຂະບວນການ ຮາມາດສ ລະເມີດຄຳສັ່ງຢຸດຍິງ. ຫາງສຽງພາກພື້ນມີຄວາມວິຕົກກັງວົນວ່າ ຂໍ້ຕົກລົງຢຸດຍິງທີ່ບອບບາງໃນປະຈຸບັນຢູ່ເຂດ ກາຊາ ອີກເທື່ອໜຶ່ງຈະປະເຊີນໜ້າກັບຄວາມສ່ຽງຖືກແຕກແຫງ ແລະພາກພື້ນຕາເວັນອອກກາງ ຍັງບໍ່ອາດມີສັນຕິພາບໃນໄວໆນີ້.

ກຳລັງປ້ອງກັນ ອິດສະຣາແອັນ (IDF) ແຈ້ງໃຫ້ຊາບວ່າ ຊາວ ປາແລັດສະຕິນ ຖືກເຂັ່ນຂ້າໃນການບຸກໂຈມຕີທາງອາກາດໃສ່ເຂດຊານນະຄອນ ກາຊາ ໃນວັນທີ 2 ພະຈິກ, ແມ່ນສະມາຊິກຂອງຂະບວນການອິດສະລາມ ຮາມາດສ. IDF ຢືນຢັນວ່າ ບັນດາມືປືນ ຮາມາດສ ພວມກະກຽມແຜນນາບຂູ່ທະຫານ ອິດສະຣາແອັນ, ລະເມີດຂໍ້ຕົກລົງຢຸດຍິງພວມມີຜົນສັກສິດຢູ່ເຂດ ກາຊາ.

ພ້ອມກັບແນວຮົບເຂດ ກາຊາ, ໃນ 1 ເດືອນຜ່ານມາ, ບັນດາການບຸກໂຈມຕີຂອງກອງທັບ ອິດສະຣາແອັນ ໃສ່ ລີບັງ ກໍ່ເຮັດໃຫ້ຢ່າງໜ້ອຍສຸດ 29 ຄົນເສຍຊີວິດ. ລີບັງ ໄດ້ຖະແຫຼງເປັນຫຼາຍຄັ້ງວ່າ ອິດສະຣາແອັນ ລະເມີດອະທິປະໄຕແຫ່ງຊາດ ແລະລະເມີດກົດໝາຍສາກົນຢ່າງຮ້າຍແຮງ.

ແຫຼ່ງຄັດຈາກ: vovworld.vn