ດ້ວຍບັດເຫັນດີ 165 ບັດ, ບັດຄ້ານ 7 ບັດ ແລະ ບັດຂາວ 12 ບັດ, ເລື່ອງສະມັດຊາໃຫຍ່ສະຫະປະຊາຊາດ ຮັບຮອງເອົາມະຕິໄດ້ຢືນຢັນສະຕິປັນຍາ, ຄວາມຍຸຕິທຳ ແລະຄວາມເປັນຈິງ ທີ່ຢືນຢູ່ຝ່າຍປະຊາຊົນກູບາ. ນີ້ເປັນຄັ້ງທີ 34 ທີ່ກູບາ ຍື່ນສະເໜີຮ່າງມະຕິຮຽກຮ້ອງອາເມລິກາ ຍົກເລີກຄຳສັ່ງຂວ້ຳບາດຕໍ່ສະມັດຊາໃຫຍ່ສະຫະປະຊາຊາດ.

ກ່ອນໜ້ານັ້ນ, ໃນການຖະແຫຼງຂ່າວ, ທ່ານລັດຖະມົນຕີການຕ່າງປະເທດກູບາ Bruno Rodríguez Parrilla ໃຫ້ຮູ້ວ່າ ຄວາມເສຍຫາຍ ໂດຍນະໂຍບາຍຂອງ ອາເມລິກາ ກໍ່ຂຶ້ນ ຄາດວ່າແມ່ນຂຶ້ນເຖິງ 7,556 ຕື້ USD ໃນປີ 2024, ເພີ່ມຂຶ້ນເກືອບ 50% ເມື່ອທຽບໃສ່ປີ 2023.

ຕາມບັນດາຂໍ້ມາດຕາຂອງມະຕິທີ່ໄດ້ຮັບຮອງເອົາ, ສະມັດຊາໃຫຍ່ສະຫະປະຊາຊາດ ຮຽກຮ້ອງໃຫ້ບັນດາປະເທດອື່ນທີ່ໄດ້ ແລະພວມນຳໃຊ້ກົດໝາຍ ຫຼື ມາດຕະການໜູນຊ່ວຍຄຳສັ່ງຂວ້ຳບາດ ກູບາ ຈົ່ງຍົກເລີກມັນຍິ່ງໄວກໍ່ຍິ່ງດີ.

ແຫຼ່ງຄັດຈາກ: vovworld.vn