leftcenterrightdel
ທ່ານ Dmitri Peskov, ໂຄສົກວັງ Kremlin. ພາບ: Alexander Zemlianichenko/REUTERS

ທ່ານ Dmitri Peskov, ໂຄສົກວັງ Kremlin ຖະແຫຼງວ່າ ຕ້ອງມີບັນດາຄວາມມານະພະຍາຍາມຢ່າງຍືດເຍື້ອເພື່ອແກ້ໄຂບັນຫາຢູແກຼນ, ແທນທີ່ສຸມໃສ່ຈັດການພົບປະອັນສັ້ນໆລະຫວ່າງທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ແລະທ່ານ Donald Trump, ປະທານາທິບໍດີ ອາເມລິກາ.

ວັນທີ 2 ພະຈິກ, ເມື່ອຖືກຖາມກ່ຽວກັບຄວາມອາດສາມາດາສັບຊ້ອນການພົບປະໂດຍກົງລະຫວ່າງການນຳ ລັດເຊຍ - ອາເມລິກາ, ທ່ານ Dmitri Peskov ເນັ້ນໜັກວ່າ ປະຈຸບັນບໍ່ຕ້ອງຈັດກອງປະຊຸມສຸດຍອດຄືແນວນັ້ນ. ແທນທີ່ນັ້ນ, ສິ່ງສຳຄັນແມ່ນຕ້ອງມີຄວາມມານະພະຍາຍາມຢ່າງລະອຽດລະອໍກ່ຽວກັບບັນຫາລາຍລະອຽດທີ່ຕ້ອງແກ້ໄຂ.

ກ່ອນໜ້ານັ້ນ, ການນຳ 2 ທ່ານໄດ້ເຫັນດີຈະພົບປະຢູ່ ຮຸງກາຣີ ແລະເລື່ອງກະກຽມໃຫ້ການພົບປະພາຍຫຼັງການໂອ້ລົມທາງໂທລະສັບໃນວັນທີ 15 ຕຸລາ. ເຖິງຢ່າງໃດກໍ່ຕາມ, ຫຼັງຈາກນັ້ນ ທ່ານ Donald Trump ຖະແຫຼງໂຈະຈັດກອງປະຊຸມສຸດຍອດຊົ່ວຄາວໂດຍບໍ່ກຳນົດເວລາ. ສາຍເຫດທີ່ໄດ້ຍົກອອມາແມ່ນຕ້ອງບັນລຸໝາກຜົນໃດໜຶ່ງກ່ຽວກັບການແກ້ໄຂບັນຫາຢູແກຼນ. ກ່ຽວກັບຝ່າຍ ລັດເຊຍ, ທ່ານ Vladimir Putin ໃຫ້ຮູ້ວ່າ, ກອງປະຊຸມຈະຈັດຂຶ້ນຢູ່ ຮຸງກາຣີ ໂດຍອາເມລິກາ ສະເໜີຖືກໂຈະໄວ້ ຫາກບໍ່ແມ່ນຖືກຍົກເລີກ.

ແຫຼ່ງຄັດຈາກ: vovworld.vn