leftcenterrightdel
ທ່ານປະທານາທິບໍດີອາເມລິກາ Donald Trump ແລະທ່ານປະທານປະເທດຈີນ ສີຈີ້ນຜິງ  ພົບກັນຢູ່ ສ.ເກົາຫຼີ ໃນວັນທີ 30 ຕຸລາ 2025. ພາບ: REUTERS

ຕາມແຈ້ງການຂອງທຳນຽບຂາວແລ້ວ, ອາເມລິກາ ຈະຫຼຸດ 10% ພາສີອາກອນສຳລັບສິນຄ້ານຳເຂົ້າຈາກ ຈີນ, ຜ່ານນັ້ນນຳອັດຕາພາສີທັງໝົດຂອງ ອາເມລິກາ ສຳລັບສິນຄ້າຈີນ ຈາກ 57% ຫຼຸດລົງເຫຼືອປະມານ 47%. ໄປຄຽງຄູ່ກັນນັ້ນ, ອາເມລິກາ ຈະຫຼຸດອັດຕາພາສີນຳເຂົ້າສຳລັບບັນດາປະເພດສິນຄ້າທີ່ກ່ຽວຂ້ອງເຖິງ fentanyl ແຕ່ 20% ຫຼຸດລົງເຫຼືອພຽງ 10%.

ລັດຖະບານອາເມລິກາ ເຫັນດີເປັນເອກະພາບຢຸດ 1 ປີສຳລັບ “ບັນຊີລາຍຊື່ດຳ” ເປີດກວ້າງຂອງກະຊວງການຄ້າທີ່ຫ້າມບັນດາບໍລິສັດຊື້ສິນຄ້າເຕັກໂນໂລຢີອາເມລິກາ, ໃນນັ້ນມີອຸປະກອນຜະລິດເຄິ່ງຊັກນຳໄຟຟ້າ. ນອກຈາກນັ້ນ, ອາເມລິກາ ກໍຈະຢຸດໜຶ່ງປີສຳລັບບັນດາບ້ວງຄ່າທຳນຽບທ່າກໍາປັ່ນຫາກໍ່ຈັດວາງສຳລັບບັນດາກໍາປັ່ນໂດຍອາເມລິກາ ຕໍ່, ຖືເປັນກຳມະສິດ ແລະຖືທຸງຊາດປະເທດນີ້.

ແຫຼ່ງຄັດຈາກ: vovworld.vn