ເຂົ້າຮ່ວມພິທີໄຂມີທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີລາວ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ອັກຄະລັດຖະທູດ, ຜູ້ຕາງໜ້າບັນດາອົງການການທູດ, ອົງການຈັດຕັ້ງສາກົນປະຈຳ  ລາວ ເປັນຈຳນວນຫຼວງຫຼາຍ.

leftcenterrightdel
ງານບຸນທາດຫຼວງ - ເຫດການວັດທະນະທໍາ, ສາສະໜາໃຫຍ່ທີ່ສຸດຂອງລາວ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ກິແກ້ວ ໄຂຄໍາພິທູນ ໃຫ້ຮູ້ວ່າ ງານບຸນທາດຫຼວງແມ່ນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ, ສະແດງໃຫ້ເຫັນຄວາມເຄົາລົບນັບຖືຕໍ່ພະພຸດທະເຈົ້າ ແລະນໍ້າໃຈສາມັກຄີຂອງຊົນເຜົ່າລາວ; ພ້ອມທັງຍັງມີຄວາມໝາຍຕິດພັນກັບປະຊາຄົມ, ປຸກລຸກຄວາມເອກອ້າງທະນົງໃຈຂອງຊາດ.

ທ່ານຮອງນາຍົກລັດຖະມົນຕີ ກິແກ້ວ ໄຂຄໍາພິທູນ ເນັ້ນໜັກວ່າ ນີ້ກໍ່ແມ່ນໂອກາດ ເພື່ອໂຄສະນາພາບພົດຂອງປະເທດລາວ ແຫ່ງສັນຕິສຸກ, ຮັກແຂກ, ເຕັມໄປດ້ວຍມູນເຊື້ອວັດທະນະທຳໃຫ້ເພື່ອນມິດສາກົນ, ພ້ອມທັງດຶງດູດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ມາຢ້ຽມຢາມແຫຼ່ງທ່ອງທ່ຽວຢູ່ນະຄອນຫຼວງວຽງຈັນ ເວົ້າສະເພາະ ແລະໃນທົ່ວປະເທດລາວ ເວົ້າລວມ.

ງານບຸນເປີດສາກໃຫ້ບັນດາການເຄື່ອນໄຫວວັດທະນະທຳ-ສາສະໜາທີ່ແກ່ຍາວເປັນເວລາ 5 ວັນ, ລວມມີພິທີທາງສາສະໜາພຸດ, ພິທີແຫ່... ໄດ້ຈັດຕັ້ງຢ່າງເຄັ່ງຂຶມ ແລະຫຼາຍການເຄື່ອນໄຫວຊຸມຊົນທີ່ເຕັມໄປດ້ວຍສີສັນຊາດ. ຄຽງຂ້າງນັ້ນ, ທຸກໆຕອນຄໍ່າຍັງມີບັນດາລາຍການສະແດງສິລະປະແນໃສ່ເຊີດຊູຄຸນຄ່າທາງດ້ານວັດທະນະທຳ ແລະໂຄສະນາພາບພົດຂອງນະຄອນຫຼວງວຽງຈັນ ເປັນມິດ ແລະຮັກແຂກ.

ໂດຍ: ເຈິ່ນຮວ່ຽນ