ອິດສະຣາແອັນ ສືບຕໍ່ບຸກໂຈມຕີທາງອາກາດເລັ່ງໃສ່ລີບັງ
ວັນທີ 1 ພະຈິກ, ກອງທັບອິດສະຣາແອັນ ສືບຕໍ່ບຸກໂຈມຕີທາງອາກາດເລັ່ງໃສ່ລີບັງ, ໂດຍອ້າງເຫດຜົນຂະບວນການເຮັກໂບລາ ລະເມີດຄໍາສັ່ງຢຸດຍິງ.
    |
 |
|
ສະພາບການຂອງເມືອງ Nabatieh ພາຍຫຼັງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ໃນວັນທີ 8 ພຶດສະພາ 2025. ພາບ: REUTERS/Karamallah Daher |
ສື່ມວນຊົນລີບັງ ໃຫ້ຮູ້ວ່າ ຢ່າງໜ້ອຍສຸດມີ 4 ຄົນເສຍຊີວິດ ແລະ 3 ຄົນຖືກບາດເຈັບໃນບັັ້ນບຸກໂຈມຕີທາງອາກາດຍ້ອນເຮືອບິນບໍ່ມີຄົນຂັບຂອງ ອິດສະຣາແອັນ ໄດ້ດຳເນີນຢູ່ເຂດເທດສະບານ Kfar Roummane, ທາງທິດໃຕ້ ລີບັງ ເມື່ອຕອນຄໍ່າວັນທີ 1 ພະຈິກ. ສຳນັກຂ່າວສານແຫ່ງລັດ ລີບັງ ໄດ້ຢັ້ງຢືນວ່າ ນີ້ແມ່ນໜຶ່ງໃນບັນດາບັ້ນບຸກໂຈມຕີເຮັດໃຫ້ມີຄົນເສຍຊີວິດ ແລະບາດເຈັບຢ່າງໜັກໜ່ວງຂອງກອງທັບອິດສະຣາແອັນ ເຂົ້າລີບັງ ໃນໄລຍະຜ່ານມາ.
ສ່ວນກຳລັງປ້ອງກັນອິດສະຣາແອັນ (IDF) ຢັ້ງຢືນວ່າ ກອງທັບອາກາດປະເທດນີ້ໄດ້ບຸກໂຈມຕີກົມກອງຍອດຢ້ຽມ Radwan ຂອງຂະບວນການເຮັກໂບລາຢູ່ເຂດ Kfar Roummane ໃນຕອນຄໍ່າວັນທີ 1 ພະຈິກ. ກຳລັງປ້ອງກັນອິດສະຣາແອັນ ສືບຕໍ່ກ່າວຫາກຸ່ມປະກອບອາວຸດ ລີບັງ ລະເມີດຂໍ້ຕົກລົງຢຸດຍິງທີ່ມີຜົນບັງຂັບໃຊ້ເມື່ອເດືອນພະຈິກ 2024 ລະຫວ່າງອິດສະຣາແອັນ ແລະລີບັງ. ກ່ອນໜ້ານັ້ນ, ກຳລັງປ້ອງກັນອິດສະຣາແອັນ ກໍແຈ້ງໃຫ້ຊາບວ່າ ໄດ້ດຳເນີນບັ້ນບຸກໂຈມຕີສະມາຊິກໜຶ່ງຂອງກົມກອງ Radwan ຂອງເຮັກໂບລາຢູ່ທາງທິດໃຕ້ລີບັງ ໃນວັນທີ 31 ຕຸລາ.
ແຫຼ່ງຄັດຈາກ: vovworld.vn