ສປຊ ກ່າວເຕືອນກ່ຽວກັບຄວາມສ່ຽງນິວເຄຼຍທົ່ວໂລກ
ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຢັ້ງຢືນເປັນຫຼາຍຄັ້ງກ່ຽວກັບ “ຄວາມສ່ຽງນິວເຄຼຍໃນປັດຈຸບັນທີ່ພວມຢູ່ໃນລະດັບສັນຍານເຕືອນສູງ ແລະທຸກການກະທຳອາດຈະພາໄປເຖິງການຄິດໄລ່ທີ່ຜິດພາດ ຫຼື ເຄັ່ງຕຶງຂຶ້ນ, ດ້ວຍຜົນຮ້າຍທີ່ຕາມມາຢ່າງຮ້າຍແຮງນັ້ນ ຕ້ອງໄດ້ຮັບການສະກັດກັ້ນ”. ການນຳ ສປຊ ສະແດງ “ຄວາມວິຕົກກັງວົນຢ່າງເລິກເຊິ່ງ” ຕໍ່ບັນດາຄວາມສ່ຽງນິວເຄຼຍໃນປັດຈຸບັນ, ພ້ອມທັງ ເນັ້ນໜັກວ່າ ບັນດາເຫດທົດລອງນິວເຄຼຍ “ຈະບໍ່ມີວັນໄດ້ຮັບອະນຸຍາດດຳເນີນໃນບໍ່ວ່າເງື່ອນໄຂໃດ”.
ໃນບົດກ່າວຄຳເຫັນເມື່ອວັນທີ 30 ຕຸລາ, ທ່ານ Farhan Haq ໂຄສົກຂອງ ສປຊ ໃຫ້ຮູ້ວ່າ ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຢັ້ງຢືນເປັນຫຼາຍຄັ້ງກ່ຽວກັບ “ຄວາມສ່ຽງນິວເຄຼຍໃນປັດຈຸບັນທີ່ພວມຢູ່ໃນລະດັບສັນຍານເຕືອນສູງ ແລະທຸກການກະທຳອາດຈະພາໄປເຖິງການຄິດໄລ່ທີ່ຜິດພາດ ຫຼື ເຄັ່ງຕຶງຂຶ້ນ, ດ້ວຍຜົນຮ້າຍທີ່ຕາມມາຢ່າງຮ້າຍແຮງນັ້ນ ຕ້ອງໄດ້ຮັບການສະກັດກັ້ນ”. ການນຳ ສປຊ ສະແດງ “ຄວາມວິຕົກກັງວົນຢ່າງເລິກເຊິ່ງ” ຕໍ່ບັນດາຄວາມສ່ຽງນິວເຄຼຍໃນປັດຈຸບັນ, ພ້ອມທັງ ເນັ້ນໜັກວ່າ ບັນດາເຫດທົດລອງນິວເຄຼຍ “ຈະບໍ່ມີວັນໄດ້ຮັບອະນຸຍາດດຳເນີນໃນບໍ່ວ່າເງື່ອນໄຂໃດ”.
ຖະແຫຼງການດັ່ງກ່າວໄດ້ຍົກອອກມາ ພາຍຫຼັງທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ອອກຄຳສັ່ງໃຫ້ກອງທັບເຊື່ອມຄືນບັນດາເຫດທົດລອງນິວເຄຼຍ ພາຍຫຼັງຢຸດຕິຊົ່ວຄາວມາໄດ້ 33 ປີ ດ້ວຍເຫດຜົນທີ່ວ່າ “ບັນດາປະເທດອື່ນ ພວມດຳເນີນການທົດລອງ” ແລະວໍຊິງຕັນ ກໍ່ຄວນມີການກະທຳທີ່ຄ້າຍຄືກັນ. ຕາມການນຳອາເມລິກາ ແລ້ວ, ທຳນຽບຂາວ ຈະປະກາດບັນດາສະຖານທີ່ທົດລອງ ແລະປະເທດ ອາເມລິກາ ຍັງຄົງຢຶດໝັ້ນກັບເປົ້າໝາຍຫັນເປັນການປອດນິວເຄຼຍ.
ກ່ຽວກັບບັນຫານີ້, ທ່ານ Robert Floyd ເລຂາທິການຝ່າຍບໍລິຫານອົງການສົນທິສັນຍາເກືອດຫ້າມທົດລອງນິວເຄຼຍຮອບດ້ານ (CTBTO) ຖະແຫຼງວ່າ ທຸກເຫດທົດລອງອາວຸດນິວເຄຼຍທີ່ເກີດຂຶ້ນນັ້ນ ຈະກໍ່ຜົນເສຍຫາຍໃຫ້ແກ່ບັນດາຄວາມມານະພະຍາຍາມບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ກໍຄື ໃຫ້ແກ່ສັນຕິພາບ ແລະຄວາມໝັ້ນຄົງສາກົນ.
ແຫຼ່ງຄັດຈາກ: vovworld.vn