ນັ້ນແມ່ນຄຳຢັ້ງຢືນຂອງທ່ານ Casey Mace, ເຈົ້າໜ້າທີ່ອາວຸໂສຂອງ ອາເມລິກາ ຮັບຜິດຊອບ APEC ເມື່ອຕອບສຳພາດຕໍ່ສື່ມວນຊົນ ກ່ຽວກັບເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump ເດີນທາງອອກຈາກ ສ.ເກົາຫຼີ ໂດຍໄວ ແລະ ບໍ່ເຂົ້າຮ່ວມວາລະປະຊຸມຫຼັກຂອງບັນດາການນຳ APEC ເຊິ່ງໄດ້ດຳເນີນຢູ່ນະຄອນ Gyeongju, ແຂວງ Gyeongju ເໜືອຂອງ ສ.ເກົາຫຼີ.

leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Donald Trump ໃນກອງປະຊຸມ APEC. ພາບ: REUTERS/Tyrone Siu

ເມື່ອຕອບຄຳຖາມຂອງບັນດານັກຂ່າວ, ທ່ານ Casey Mace ໃຫ້ຮູ້ວ່າ ລາຍການເຄື່ອນໄຫວຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ບໍ່ອະນຸຍາດໃຫ້ຢູ່ຕໍ່ເຂົ້າຮ່ວມໝົດທຸກການເຄື່ອນໄຫວໄດ້, ແຕ່ເລື່ອງການນຳ ອາເມລິກາ ເຂົ້າຮ່ວມ ແລະ ດຳເນີນການພົບປະສອງຝ່າຍໃນສອງມື້ຜ່ານມາ ແມ່ນ “ການພິສູດໃຫ້ເຫັນຄຳໝັ້ນສັນຍາຂອງ ອາເມລິກາ ສຳລັບ APEC”.

ທ່ານ Casey Mace ເນັ້ນໜັກວ່າ ອາເມລິກາ ສືບຕໍ່ຖື APEC ເປັນພື້ນຖານສຳຄັນເພື່ອຊຸກຍູ້ໂຄງການດຳເນີນງານໃນຂົງເຂດເສດຖະກິດຂອງ ອາເມລິກາ ຢູ່ພາກພື້ນ.