ECB ສືບຕໍ່ຮັກສາອັດຕາດອກເບ້ຍໄວ້ຄືເກົ່າ
ໃນສະພາບການໄພເງິນເຟີ້ໄດ້ຮັບການຄວບຄຸມ ແລະເຕີບໂຕເປັນປົກກະຕິ, ທະນາຄານສູນກາງ ເອີຣົບ (ECB) ໄດ້ຕັດສິນໃຈຮັກສາອັດຕາພາສີຢູ່ລະດັບ 2%, ລະດັບຕ່ຳທີ່ສຸດໃນຮອບເວລາກວ່າ 2 ປີຜ່ານມາ ແລະເໝາະສົມກັບແງ່ຫວັງຂອງຕະຫຼາດ.
ຂໍ້ຕົກລົງດັ່ງກ່າວໄດ້ສ້າງຂີດໝາຍເປັນຄັ້ງທີ 3 ຢ່າງຕໍ່ເນື່ອງທີ່ ECB ໄດ້ຮັກສາລະດັບອັດຕາພາສີ 2% ນັບແຕ່ເດືອນມິຖຸນາ. ວົງການນັກສັງເກດການ ຖືວ່າ ECB ຈະບໍ່ຟ້າວຟັ່ງຍົກອອກບໍ່ວ່າການປ່ຽນແປງໃດໃນຊ່ວງເວລານີ້.
ປັດຈຸບັນ, ເສດຖະກິດພາກພື້ນສະກຸນເງິນລວມເອີຣົບ (Eurozone) ພວມມີຄວາມໝັ້ນທ່ຽງຕໍ່ບັນດາຄວາມເຄັ່ງຕຶງທາງດ້ານການຄ້າທົ່ວໂລກ. ຕາມການຄາດຄະເນໃນເບື້ອງຕົ້ນຂອງອົງການສະຖິຕິເອີຣົບ (Eurostat), ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງ Eurozone ເພີ່ມຂຶ້ນ 0,2% ໃນໄຕມາດທີ III ປີ 2025 ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຂະນະນັ້ນ, ໄພເງິນເຟີ້ຂອງໄຕມາດທີ III ປະມານແຕ່ 2 – 2,2%, ໃກ້ກັບລະດັບເປົ້າໝາຍ 2%.
ໂດຍບໍ່ຫົວຊາຕໍ່ເລື່ອງເອີຣົບ ຕ້ອງປະເຊີນໜ້າກັບຄວາມກົດດັນຈາກພາສີອາກອນຂອງອາເມລິກາ ແລະການປະທະກັນຢູ່ຢູແກຼນ, ທ່ານນາງ Christine Lagarde ປະທານທະນາຄານ ECB ແລະບັນດາເຈົ້າໜ້າທີ່ອື່ນໆຂອງທະນາຄານນີ້ຍັງໃຫ້ຂໍ້ສັງເກດວ່າ ນະໂຍບາຍເງິນຕາຂອງ Eurozone ພວມຢູ່ໃນ “ທີ່ຕັ້ງທີ່ດີ”.
ແຫຼ່ງຄັດຈາກ: vovworld.vn