ທ່ານປະທານາທິບໍດີ Donald Trump ສະແດງຄວາມເຊື່ອໝັ້ນວ່າ “ການພົບປະຈະປະສົບຜົນສຳເລັດທີ່ສຸດ” ແລະ ໃຫ້ຮູ້ຕື່ມອີກວ່າ ສອງຝ່າຍອາດຈະລົງນາມໃນຂໍ້ຕົກລົງດ້ານການຄ້າ ໃນວັນທີ 30 ຕຸລາ ນີ້, ພ້ອມທັງຫວັງວ່າ ສອງປະເທດຈະມີການພົວພັນຍາວນານອັນດີງາມ.
ສ່ວນທ່ານປະທານປະເທດຈີນ ສີຈິ້ນຜິງ ເນັ້ນໜັກວ່າ ເລື່ອງ ອາເມລິກາ - ຈີນ ຍັງຄົງຕົວຄວາມບໍ່ລົງລອຍກັນຈຳນວນໜຶ່ງ ແມ່ນສິ່ງທີ່ບໍ່ສາມາດຫຼີກລ່ຽງໄດ້. ເຖິງຢ່າງໃດກໍ່ຕາມ, ທ່ານ ຖືວ່າ ຕໍ່ໜ້າບັນດາສິ່ງທ້າທາຍນັ້ນ, ທ່ານ ແລະ ທ່ານປະທານາທິບໍດີ Donald Trump ກໍ່ຕ້ອງກຳນົດທິດເດີນທີ່ຖືກຕ້ອງ, ກຳແໜ້ນສະພາບການລວມ ເພື່ອໃຫ້ການພົວພັນ ຈີນ - ອາເມລິກາ ສືບຕໍ່ກ້າວຂຶ້ນຢ່າງມີສະຖຽນລະພາບ.
ແຫຼ່ງຄັດຈາກ: vovworld.vn
Type the code from the image