ວັນທີ 5 ກັນຍາ, ສະພາຕ່ຳ ໄທ ດ້ວຍສະມາຊິກ 492 ທ່ານ ໄດ້ຈັດວາປະຊຸມພິເສດ ເພື່ອເລືອກຕັ້ງນາຍົກລັດຖະມົນຕີ ຄົນໃໝ່, ພາຍຫຼັງເວລາໜຶ່ງອາທິດທີ່ມີຄຳຕັດສິນຂອງສານລັດຖະທຳມະນູນ ປົດຕຳແໜ່ງທ່ານນາຍົກລັດຖະມົນຕີ, ນາງ ແພທອງທານ ຊີນນະວັດ ຍ້ອນລະເມີດຄຸນສົມບັດລັດຖະການ.

ຜູ້ສະໝັກຮັບເລືອກຕັ້ງສອງທ່ານ ໄດ້ສະເໜີປ່ອນບັດແມ່ນທ່ານ ອະນຸທິນ ຈານວີຣະກຸນ, ເກີດປີ 1966 ການນຳພັກພູມໃຈໄທ ແລະ ທ່ານ ໄຈກະເສມ ນິຕິສິຣິ, ເກີດປີ 1948 ຂຶ້ນກັບພັກເພື່ອໄທ.

ເພື່ອສາມາດຮັບໄຊຊະນະ, ຜູ້ສະໝັກຮັບເລືອກຕັ້ງທ່ານໜຶ່ງ ຕ້ອງຍາດໄດ້ຢ່າງໜ້ອຍສຸດ 247 ບັດ. ດ້ວຍໝາກຜົນໄດ້ຮັບບັດສະໜັບສະໜູນ 311 ບັດ ໃນຈຳນວນທັງໝົດ 490 ບັດ, ທ່ານ ອະນຸທິນ ຈານວີຣະກຸນ ໄດ້ຮັບໄຊຊະນະ.

ທ່ານ ອະນຸທິນ ຈານວີຣະກຸນ  ໄດ້ເຂົ້າຮ່ວມເວທີການເມືອງນັບແຕ່ປີ 1996. ທ່ານ ເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງສາທາລະນະສຸກ ໃນສະໄໝຂອງທ່ານນາຍົກລັດຖະມົນຕີ ໄປຼອຸດ ຈານໂອຈາ ອາຍຸການ 2019-2023. ພາຍຫຼັງການເລືອກຕັ້ງປີ 2023, ທ່ານ ສືບຕໍ່ດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງພາຍໃນ.

ແຫຼ່ງຄັດຈາກ vovworld.vn