ສປຊ ກ່າວເຕືອນຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວຢູ່ ອາບການິດສະຖານ ອາດຈະເພີ່ມຂຶ້ນ “ແບບທະວີຄູນ”
ຄ່ຳຄືນວັນທີ 31 ສິງຫາ, ເຫດແຜ່ນດິນໄຫວເກີດຂຶ້ນຢູ່ພາກຕາເວັນອອກ ອາບການິດສະຖານ ອາດຈະສົ່ງຜົນກະທົບຕໍ່ “ນັບແສນຄົນ”.
    |
 |
ສະພາບການຢູ່ເມືອງ Nurgal, ແຂວງ Kunar, ອາບການິດສະຖານ ພາຍຫຼັງເຫດແຜ່ນດິນໄຫວ ໃນວັນທີ 1 ກັນຍາ 2025. ພາບ: ສໍານັກຂ່າວສານຫວຽດນາມ |
ວັນທີ 2 ກັນຍາ, ທ່ານ Indrika Ratwatte, ຜູ້ປະສານງານມະນຸດສະທຳຂອງ ສປຊ ປະຈໍາ ອາບການິດສະຖານ ໄດ້ຍົກອອກຂໍ້ສັງເກດດັ່ງກ່າວ ເມື່ອຕອບສຳພາດຕໍ່ສື່ມວນຊົນຈາກ Kabul. ພ້ອມດຽວກັນນັ້ນ, ທ່ານ ກໍກ່າວເຕືອນວ່າ ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວນີ້ ອາດຈະເພີ່ມຂຶ້ນ “ແບບທະວີຄູນ”.
ມີຜູ້ເສຍຊີວິດຫຼາຍກວ່າ 1.400 ຄົນ, ຜູ້ບາດເຈັບ 3.200 ຄົນ ແລະເຮືອນ 8.000 ຫຼັງຖືກພັງທະລາຍໃນເຫດແຜ່ນດິນໄຫວທີ່ມີຄວາມແຮງ 6.0 ຣິກເຕີ ຢູ່ບັນດາເຂດຫ່າງໄກສອກຫຼີກຢູ່ບັນດາແຂວງເຂດພູດອຍ ອາບການິດສະຖານ ຕິດກັບຊາຍແດນ ປາກິດສະຖານ ໃນຕອນກາງຄືນວັນທີ 31 ສິງຫາ (ຕາມເວລາທ້ອງຖິ່ນ).
ຕາມອົງການສຳຫຼວດທໍລະນີສາດ ອາເມລິກາ (USGS) ແລ້ວ, ຈຸດໃຈກາງຂອງເຫດແຜ່ນດິນໄຫວນີ້ຫ່າງຈາກນະຄອນ Jalalabad 27 ກິໂລແມັດ.
ແຫຼ່ງຄັດຈາກ: vovworld.vn