EC ໃຫ້ສັດຕະຍາບັນສັນຍາການຄ້າເສລີ EU – MERCOSUR
ທ່ານນາງ Ursula von der Leyen ປະທານ EC ຢັ້ງຢືນວ່າບັນດາວິສາຫະກິດ EU ແລະຂະແໜງຜະລິດຕະພັນກະເສດສະບຽງອາຫານ EU ຈະໄດ້ຮັບຜົນປະໂຫຍດຈາກການຫຼຸດຜ່ອນພາສີອາກອນ ແລະ ຄ່າໃຊ້ຈ່າຍໃນທັນທີ ແລະປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດ.
ວັນທີ 3 ກັນຍາ, ຄະນະກຳມະການເອີລົບ (EC) ໄດ້ໃຫ້ສັດຕະຍາບັນສັນຍາການຄ້າເສລີ ສະຫະພາບເອີລົບ (EU) - ກຸ່ມຕະຫຼາດລວມອາເມລິກາໃຕ້ (MERCOSUR) ພ້ອມທັງຮຽກຮ້ອງບັນດາປະເທດສະມາຊິກໃຫ້ສັດຕະຍາບັນຂໍ້ຕົກລົງເພື່ອແນໃສ່ສ້າງເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກດ້ວຍຜູ້ບໍລິໂພກປະມານ 700 ລ້ານຄົນ.
    |
 |
ທ່ານນາງ Ursula von der Leyen ປະທານ EC. ພາບ: Inquam Photos/George Calin via REUTERS |
ກ່າວຄຳເຫັນສະເໜີຂໍ້ຕົກລົງ, ທ່ານນາງ Ursula von der Leyen ປະທານ EC ຢັ້ງຢືນວ່າບັນດາວິສາຫະກິດ EU ແລະຂະແໜງຜະລິດຕະພັນກະເສດສະບຽງອາຫານ EU ຈະໄດ້ຮັບຜົນປະໂຫຍດຈາກການຫຼຸດຜ່ອນພາສີອາກອນ ແລະຄ່າໃຊ້ຈ່າຍໃນທັນທີ ແລະປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດ. ຕາມຂໍ້ຕົກລົງແລ້ວ, ບັນດາປະເທດສະມາຊິກ MERCOSUR ຈະຄ່ອຍໆລົບລ້າງພາສີນຳເຂົ້າສຳລັບ 91% ສິນຄ້າຂອງ EU, ຊ່ວຍບັນດາຜູ້ຜະລິດເອີລົບ ປະຢັດເງິນກວ່າ 4 ຕື້ເອີໂຣ (4,6 ຕື້ USD) ເງິນພາສີອາກອນ ໃນແຕ່ລະປີ ຢູ່ ອາເມລິກາລາຕິນ, ພ້ອມທັງອາດສາມາດເພີ່ມວົງເງິນການສົ່ງອອກປະຈຳປີ ຂອງ EU ໄປຍັງກຸ່ມ MERCOSUR ຂຶ້ນເຖິງ 39%, ທຽບເທົ່າກັບ 49 ຕື້ເອີໂຣ (57 ຕື້ USD).
ດ້ວຍການໃຫ້ສັດຕະຍາບັນຂໍ້ຕົກລົງນີ້, EC ໄດ້ດຳເນີນບາດກ້າວທາງການທຳອິດ ກ່ອນຍື່ນສະເໜີສັນຍາການຄ້າເສລີນີ້ ໄປຍັງ 27 ປະເທດສະມາຊິກ ແລະ ບັນດາສະມາຊິກລັດຖະສະພາເອີລົບ. ເອກະສານສະບັບນີ້ຕ້ອງມີຢ່າງໜ້ອຍສຸດ 15 ປະເທດສະມາຊິກ EU ແລະລັດຖະສະພາເອີລົບ ຍອມຮັບເພື່ອຮັບຮອງເອົາຢ່າງເປັນທາງການ. ປັດຈຸບັນ ຍັງມີປະເທດຈຳນວນໜຶ່ງ ພວມຄັດຄ້ານສັນຍາສະບັບນີ້, ໃນນັ້ນຄັດຄ້ານຢ່າງແຮງທີ່ສຸດແມ່ນຝລັ່ງ, ເຊິ່ງມີຄວາມວິຕົກກັງວົນວ່າ ບັນດາສິນຄ້າຜະລິດຕະພັນກະເສດລາຄາຖືກທີ່ມາຈາກ ອາເມລິກາລາຕິນ ຈະເຮັດໃຫ້ພື້ນຖານກະສິກຳຂອງເອີລົບ ເຊື່ອມໂຊມລົງ.
ແຫຼ່ງຄັດຈາກ vovworld.vn