ຮູທີ ບຸກໂຈມຕີສຳນັກງານກົມໃຫຍ່ເສນາທິການກອງທັບ ອິດສະຣາແອັນ
“ເຮືອບິນບໍ່ມີຄົນຂັບ Sammad - 4 ໄດ້ບຸກໂຈມຕີຕຶກອາຄານຂອງກົມໃຫຍ່ເສນາທິການກອງທັບ ອິດສະຣາແອັນ” ຢູ່ Tel Aviv.
    |
 |
ສະໜາມບິນສາກົນ Ben Gurion ຢູ່ Tel Aviv, ອິດສະຣາແອັນ ພາຍຫຼັງການບຸກໂຈມຕີ. ພາບເອກະສານ: THX/ສໍານັກຂ່າວສານຫວຽດນາມ |
ວັນທີ 2 ກັນຍາ, ໃນຖະແຫຼງການອອກໃນຊ່ອງໂທລະພາບ al-Masirah, ໂດຍ ຮູທີ ບໍລິຫານ, ທ່ານ Yahya Sarea ໂຄສົກ ຮູທີ ຖະແຫຼງວ່າ “ເຮືອບິນບໍ່ມີຄົນຂັບ Sammad - 4 ໄດ້ບຸກໂຈມຕີຕຶກອາຄານຂອງກົມໃຫຍ່ເສນາທິການກອງທັບ ອິດສະຣາແອັນ” ຢູ່ Tel Aviv. ໃນຂະນະນັ້ນ, ບັນດາເຮືອບິນບໍ່ມີຄົນຂັບອື່ນໄດ້ແນ່ໃສ່ເປົ້າໝາຍແມ່ນໂຮງງານໄຟຟ້າຢູ່ Hadera, ສະໜາມບິນ Ben Gurion ແລະທ່າກໍາປັ່ນ Ashdod.
ຕາມທ່ານ Sarea ແລ້ວ, ກຳລັງ ຮູທີ ໄດ້ບັນຊາເຮືອບິນບໍ່ມີຄົນຂັບ 2 ລຳ ແລະລູກສອນໄຟນຳວິຖີຍິງໃສ່ກໍາປັ່ນຕູ້ຄອນແທນເນີ MSC Aby ຢູ່ທາງທິດເໜືອທະເລແດງ, ຊຶ່ງໄດ້ກ່າວຫາ ກໍາປັ່ນລຳດັ່ງກ່າວຮັກສາບັນດາສາຍສຳພັນດ້ານການຄ້າກັບທ່າກໍາປັ່ນທະເລ ອິດສະຣາແອັນ.
ບັນດາບັ້ນບຸກໂຈມຕີໃໝ່ໄດ້ດຳເນີນພາຍຫຼັງທີ່ ຮູທີ ຖະແຫຼງປະຕິບັດບັ້ນບຸກໂຈມຕີດ້ວຍລູກສອນໄຟໃກ້ກໍາປັ່ນຂົນສົ່ງນ້ຳມັນ Scarlet Ray ຢູ່ທາງທິດເໜືອທະເລແດງ 1 ວັນ.
ແຫຼ່ງຄັດຈາກ: vovworld.vn