leftcenterrightdel
ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ໄດ້ຢືນຢັ້ນວ່າ ສປ ຈີນ ຍັງຄົງເປັນຫົວຈັກຂັບເຄື່ອນການພັດທະນາເສດຖະກິດໂລກ ຄືເກົ່າ. ພາບ: kpl.gov.la

ອີງຕາມແຫຼ່ງຂ່າວຫຼ້າສຸດຈາກສຳນັກຂ່າວສານ ສະປຸດນິກ (Sputnik) ຂອງຣັດເຊຍ ແຈ້ງໃຫ້ຮູ້ວ່າ: ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ໄດ້ຢືນຢັ້ນວ່າ ສປ ຈີນ ຍັງຄົງເປັນຫົວຈັກຂັບເຄື່ອນ ການພັດທະນາເສດຖະກິດໂລກ ຄືເກົ່າ. ເສດຖະກິດໂລກ ໂດຍສະເພາະແມ່ນເສດຖະກິດ ໃນພາກພື້ນອາຊີປາຊີຟິກ ພວມຂະຫຍາຍຕົວຢູ່. ທ່ານ ວະລາດີເມຍ ປູຕິນ ໄດ້ຖະແຫຼງວ່າ: ການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ໄດ້ຮັບຜົນງານອັນຕັ້ງໜ້າ ແລະໄດ້ກ່າວຢືນຢັນວ່າ: ຂໍ້ລິເລີ່ມການບໍລິຫານໂລກ ທີ່ ສປ ຈີນ ສະເໜີອອກມານັ້ນ ແມ່ນມີຈຸດປະສົງ ເພື່ອສົ່ງເສີມຄວາມຫ້າວຫັນ ລະຫວ່າງປະເທດຕ່າງໆ. ປະເທດສຳຄັນໃນເຂດທີ່ໃຊ້ເງິນເອີໂຣ ພວມຜະເຊີນໜ້າກັບຄວາມສ່ຽງ ທີ່ເສດຖະກິດຈະຊຸດໂຊມ, ຂະນະທີ່ ເສດຖະກິດໂລກ ໂດຍສະເພາະໃນພາກພື້ນອາຊີປາຊີຟິກ ພວມພັດທະນາ ຢ່າງຕໍ່ເນື່ອງ.

ຄັດຈາກ: kpl.gov.la