leftcenterrightdel
ສຳນັກງານຄະນະກຳມະການເອີຣົບ ປະຈຳ ບຣຸກແຊນ, ແບນຊິກ. ພາບ: THX/ສໍານັກຂ່າວສານຫວຽດນາມ

ຕາມ EDA ແລ້ວ, ໃນຍອດຈຳນວນລາຍຈ່າຍປີ 2025, ເກືອບ 130 ຕື້ ເອີໂຣ ໄດ້ຮັບການລົງທຶນເຂົ້າບັນດາລາຍການ ຄື ອາວຸດໃໝ່. ບັນດາປະເທດ ເອີຣົບ ໄດ້ຍູ້ແຮງລາຍຈ່າຍນັບແຕ່ເມື່ອ ລັດເຊຍ ປຸກລະດົມບັ້ນການທະຫານຢູ່ ຢູແກຼນ ໃນປີ 2022.

ທ່ານ Andre Denk ຜູ້ອຳນວຍການ EDA ໃສ່ໃຈວ່າ: “ເພື່ອຕອບສະໜອງເປົ້າໝາຍໃໝ່ຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO) ແມ່ນ 3,5% GDP ນັ້ນ, ຕ້ອງມານະພະຍາຍາມຫຼາຍກວ່າອີກ, ດ້ວຍຍອດລາຍຈ່າຍກວ່າ 630 ຕື້ ເອີໂຣ ຕໍ່ປີ.

ຕາມຄະນະກຳມະການເອີຣົບແລ້ວ, ບ້ວງເງິນກູ້ 150 ຕື້ ເອີໂຣຂອງ EU ເພື່ອແນໃສ່ໜູນຊ່ວຍບັນດາປະເທດເພີ່ມງົບປະມານດ້ານປ້ອງກັນຊາດທີ່ໄດ້ຈົດທະບຽນ, ດ້ວຍ 19 ໃນຈຳນວນ 27 ປະເທດສະມາຊິກ ຍື່ນໃບຄຳຮ້ອງຂໍທຶນ. ກົນໄກ SAFE (ໂຄງການເຄື່ອນໄຫວດ້ານຄວາມໝັ້ນຄົງໃຫ້ແກ່ເອີຣົບ) ອະນຸຍາດໃຫ້ບັນດາປະເທດກູ້ດ້ວຍດອກເບ້ຍຕ່ຳກວ່າ ຍ້ອນໄດ້ຮັບການຄ້ຳປະກັນຈາກງົບປະມານສູນກາງ EU.

ແຫຼ່ງຄັດຈາກ: vovworld.vn