leftcenterrightdel
ທ່ານ Dmitry Peskovໂຄສົກວັງ Kremlin. ພາບ: REUTERS

ເຖິງຢ່າງໃດກໍ່ຕາມ, ຕາມທ່ານ Dmitry Peskov ແລ້ວ, ລັດເຊຍ ຍັງບໍ່ທັນໄດ້ຮັບການຕອບຄືນຈາກຝ່າຍ ຢູແກຼນ. ທ່ານ ໃຫ້ຮູ້ວ່າ, ລັດເຊຍ ຂອບໃຈທ່ານປະທານາທິບໍດີອາເມລິກາ Donald Trump ຍ້ອນບັນດາຄວາມມານະພະຍາຍາມຂອງທ່ານ ແນໃສ່ແກ້ໄຂການປະທະກັນຢູ່ ຢູແກຼນ ຜ່ານທາງການທູດ. ທ່ານ ກໍ່ໃຫ້ຮູ້ວ່າ, ບັນດາປະເທດສະຫະພາບເອີລົບ (ອີຢູ) ພວມກີດຂວາງຄວາມມານະພະຍາຍາມຂອງອາເມລິກາ ເພື່ອບັນລຸມາດຕະການແກ້ໄຂ ໂດຍສັນຕິວີທີ ໃຫ້ແກ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.

ແຫຼ່ງຄັດຈາກ: vovworld.vn