ວັນທີ 3 ກັນຍາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ໃຫ້ການຕ້ອນຮັບທ່ານ Karol Nawrocki ປະທານາທິບໍດີ ໂປໂລຍ ຄົນໃໝ່ ຢູ່ທຳນຽບຂາວ ໃນໂອກາດໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານ Nawrocki ໃນຖານະຕຳແໜ່ງເປັນປະທານາທິບໍດີ ໂປໂລຍ.

leftcenterrightdel
ທ່ານ Donald Trump ປະທານາທິບໍດີອາເມລິກາ ໄດ້ໃຫ້ການຕ້ອນຮັບທ່ານ Karol Nawrocki ປະທານາທິບໍດີໂປໂລຍ ຄົນໃໝ່. ພາບ:  REUTERS/Brian Snyder

ທີ່ການພົບປະ, ທ່ານປະທານາທິບໍດີ Donald Trump ໃຫ້ຄຳໝັ້ນສັນຍາ ຈະຮັກສາທະຫານອາເມລິກາ ຢູ່ ໂປໂລຍ ພ້ອມທັງໃຫ້ຮູ້ວ່າ ທ່ານ ສາມາດເພີ່ມເຕີມຈຳນວນນັກຮົບຢູ່ປະເທດນີ້. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Donald Trump ເນັ້ນໜັກວ່າ ພວກຂ້າພະເຈົ້າ ຈະຈັດສົ່ງທະຫານຕື່ມອີກ ຖ້າ ໂປໂລຍ ມີຄວາມປາດຖະໜາ”, ພ້ອມທັງໃຫ້ຮູ້ວ່າ ທະຫານອາເມລິກາ ຈະສືບຕໍ່ຢູ່ ໂປໂລຍ.

ກ່ອນໜ້ານັ້ນ, ບັນດາເຈົ້າໜ້າທີ່ຂັ້ນສູງໃນອຳນາດການປົກຄອງຂອງທ່ານ Donald Trump ກ່າວເຕືອນວ່າ ທະຫານອາເມລິກາ ອາດສາມາດຖືກຖອນຕົວອອກຈາກເອີລົບ ເຊິ່ງໄດ້ກໍ່ຄວາມວຸ້ນວາຍໃນການສັບຊ້ອນການປ້ອງກັນຄວາມໝັ້ນຄົງ ຂ້າມມະຫາສະໝຸດອັດລັງຕິກ. ປັດຈຸບັນ, ອາເມລິກາ ມີທະຫານປະມານ 8000 ຄົນ ພວມຕັ້ງທັບ ຢູ່ ໂປໂລຍ ເຊິ່ງແມ່ນໜຶ່ງໃນບັນດາປະເທດສຳພັນທະມິດເອີລົບທີ່ໃກ້ຊິດທີ່ສຸດຂອງອາເມລິກາ ໃນປະຫວັດສາດ.

ແຫຼ່ງຄັດຈາກ vovworl.vn