ສື່ມວນຊົນເອີລົບ ນຳສະເໜີຂ່າວກ່ຽວກັບພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 80 ປີ ຢ່າງເຂັ້ມຂຸ້ນ
ກປ.ອອນໄລ - ບົດຂຽນໄດ້ຍົກອອກບັນດາຜົນງານຂອງຫວຽດນາມ ໃນໄລຍະ 80 ປີຜ່ານມາ.
ໃນຊຸມວັນຜ່ານມາ, ສື່ມວນຊົນຂອງຫຼາຍປະເທດເອີລົບ ໄດ້ນຳສະເໜີຂ່າວກ່ຽວກັບພິທີເດີນຂະບວນ ສວນສະໜາມສະແດງກ້ອນກຳລັງ ແລະບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 1945 / 2 ກັນຍາ 2025) ຢ່າງເຂັ້ມຂຸ້ນ.
    |
 |
ໜັງສືພິມ Le Figaro ຂອງຝລັ່ງ. ພາບ: vovworld.vn |
ໜັງສືພິມ Le Figaro ຂອງ ຝລັ່ງ ມີບົດຂຽນພັນລະນາກ່ຽວກັບເລື່ອງຫວຽດນາມ ຈັດພິທີສະເຫຼີມສະຫຼອງວັນເອກະລາດ ດ້ວຍການເດີນຂະບວນ ສວນສະໜາມສະແດງກ້ອນກຳລັງໃຫຍ່ທີ່ສຸດໃນປະຫວັດສາດ. ບົດຂຽນໄດ້ຍົກອອກບັນດາຜົນງານຂອງຫວຽດນາມ ໃນໄລຍະ 80 ປີຜ່ານມາ. ຊ່ອງໂທລະພາບ ARTE ຂອງ ຝລັ່ງ ແລະເຢຍລະມັນ, ກໍ່ສະຫງວນເວລາ 6 ກວ່ານາທີ ແນະນໍາກ່ຽວກັບພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 80 ປີ.
ສ່ວນໜັງສືພິມ UK Investor ຢືນຢັນ “ສຳລັບຫວຽດນາມ, ປີ 2025 ແມ່ນປີຂອງການສົ່ງລະດັບຜົນສະທ້ອນທົ່ວໂລກ, ແລະຮອດປີ 2035, ຫວຽດນາມ ຈະພົ້ນເດັ່ນຂຶ້ນຄືດັ່ງແບບຢ່າງຂອງການເຕີບໂຕແບບຍືນຍົງ”.
ໂດຍ: ກວຽດເຕິມ