ທີ່ການພົບປະສອງຝ່າຍ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ຫວຽດນາມ ຖືເປັນສຳຄັນການປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ສາທາລະນະລັດ ອາແຊກໄບຢານ ໂດຍ ປະທານ ໂຮ່ຈີມິນ ແລະອະດີດປະທານາທິບໍດີ Heydar Aliyev ກໍ່ຄື ການນຳຮຸ່ນຕ່າງໆ ແລະປະຊາຊົນສອງປະເທດ ໄດ້ເພີ່ມພູນຄູນສ້າງ. ພິເສດ, ໃນການຢ້ຽມຢາມທາງລັດຖະກິດອາແຊກໄບຢານ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນເດືອນພຶດສະພາ 2025, ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ, ປະກອບສ່ວນສ້າງພື້ນຖານການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະອາແຊກໄບຢານ ໃຫ້ພັດທະນານັບມື້ນັບເລິກເຊິ່ງກວ້າງຂວາງກວ່າອີກ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ທີ່ການພົບປະສອງຝ່າຍ. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ມີຄວາມສະເໝີຕົ້ນສະເໝີປາຍໃນການປະຕິບັດນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ຫັນການພົບພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ຢຶດໝັ້ນປະຕິບັດນະໂຍບາຍປ້ອງກັນຊາດ “4 ບໍ່”; ທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຢຶດໝັ້ນຕໍ່ສູ້ການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍ ວ່າດ້ວຍທະເລ (UNCLOS) ປີ 1982; ບັນດາຄຳໝັ້ນສັນຍາສາກົນ ແລະພາກພື້ນ, ຄື: ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC); ສະໜັບສະໜູນຊຸກຍູ້ການລົງນາມກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີເນື້ອແທ້, ມີປະສິດທິຜົນ ແລະສອດຄ່ອງກັບກົດໝາຍສາກົນ ໂດຍໄວ.

leftcenterrightdel
ທ່ານພົນໂທ Zakir Hasanov ທີ່ການພົບປະສອງຝ່າຍ. ພາບ: qdnd.vn

ກ່ຽວກັບທິດທາງຮ່ວມມືດ້ານປ້ອງກັນປະເທດໃນຕໍ່ໜ້າ, ບົນພື້ນຖານບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ ທີ່ໄດ້ລົງນາມ, ທ່ານພົນເອກ ຟານວັນຢາງ ສະເໜີສອງຝ່າຍ ຄົ້ນຄວ້າ, ສົມທົບກັນຜັນຂະຫຍາຍປະຕິບັດບາງເນື້ອໃນ, ຄື: ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຊຸກຍູ້ການຮ່ວມມືດ້ານການບໍາລຸງກໍ່ສ້າງ; ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດປ້ອງກັນຊາດຂອງສອງປະເທດ ຕິດຕໍ່ພົວພັນ ແລະຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດ, ການຄ້າການທະຫານ, ພະລາທິການ-ເຕັກນິກ, ສະໜັບສະໜູນບັນດາການເຄື່ອນໄຫວສາກົນຫຼາຍຝ່າຍໂດຍແຕ່ລະຝ່າຍ ຈັດຕັ້ງ; ພ້ອມກັນນັ້ນ, ຄົ້ນຄວ້າເປີດກວ້າງບັນດາຂົງເຂດຮ່ວມມືທີ່ສອງຝ່າຍມີຄວາມຕ້ອງການ ແລະມີຄວາມສາມາດບົ່ມຊ້ອນ.

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn

ສ່ວນທ່ານພົນໂທ Zakir Hasanov ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ເຊື້ອເຊີນຄະນະຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ ແລະຢ້ຽມຢາມຫວຽດນາມ ຢ່າງເປັນທາງການ; ສະແດງຄວາມປິຕິຊົມຊື່ນເມື່ອໄດ້ເຫັນປະຈັກຕາການພົວພັນອັນດີງາມລະຫວ່າງສອງປະເທດ, ພິເສດແມ່ນພາຍຫຼັງການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ, ການພົວພັນລະຫວ່າງສອງປະເທດ ໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດ.

leftcenterrightdel
 
leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ Zakir Hasanov ລົງນາມໜັງສືເຈດຈໍານົງ ກ່ຽວກັບການຮ່ວມມືບໍາລຸງກໍ່ສ້າງນາຍທະຫານ. ພາບ: qdnd.vn

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາແຊກໄບຢານ ເນັ້ນໜັກວ່າ, ຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດແມ່ນຍັງຫຼາຍຢູ່, ຫວັງວ່າສອງຝ່າຍຈະຕັ້ງໜ້າຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ຜ່ານນັ້ນປະກອບສ່ວນຢ່າງແທດຈິງ ແລະມີປະສິດທິຜົນເຂົ້າໃນການພົວພັນລະຫວ່າງສອງປະເທດ.

ສິ້ນສຸດການພົບປະສອງຝ່າຍ, ສອງລັດຖະມົນຕີ ໄດ້ລົງນາມໜັງສືເຈດຈໍານົງລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ກ່ຽວກັບການຮ່ວມມືບໍາລຸງກໍ່ສ້າງນາຍທະຫານ.

ໂດຍ: ໄຊຊະນະ