    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ. ພາບ: qdnd.vn |
ທີ່ການຕ້ອນຮັບ, ທ່ານ ເຈິ່ນແທັງເໝິນ ຢືນຢັນວ່າ ພາລະກິດປະຕິວັດອັນສະຫງ່າລາສີຂອງພັກກອມມູນິດຫວຽດນາມ, ແຕ່ລະໄລຍະ, ແຕ່ລະໄຊຊະນະຂອງປະຊາຊົນຫວຽດນາມ ລ້ວນແຕ່ບໍ່ສາມາດຕັດແຍກອອກຈາກການໜູນຊ່ວຍ ແລະການຊ່ວຍເຫຼືອອັນໃຫຍ່ຫຼວງຂອງພັກປະຊາຊົນປະຕິວັດລາວ ແລະປະຊາຊົນລາວ ອ້າຍນ້ອງ ໄດ້. ທ່ານ ເຈິ່ນແທັງເໝິນ ຢືນຢັນວ່າ ສະພາແຫ່ງຊາດຫວຽດນາມ ຈະເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນ ແລະສະໜັບສະໜູນລາວ ຢູ່ບັນດາເວທີປາໄສສາກົນ ແລະພາກພື້ນ; ພ້ອມແລ້ວທີ່ຈະແບ່ງປັນປະສົບການ, ໜູນຊ່ວຍດ້ານວິຊາສະເພາະໃນຂົງເຂດທີ່ມີທ່າແຮງ ເຊັ່ນ: ການສ້າງຂອບນິຕິກໍາ, ການຕິດຕາມກວດກາງົບປະມານ ກໍຄື ບັນດາໂຄງການຮ່ວມມືສຳຄັນລະຫວ່າງສອງປະເທດ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນທີ່ການຕ້ອນຮັບ. ພາບ: qdnd.vn |
    |
 |
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານ ເຈິ່ນແທັງເໝິນ ຍັງໃຫ້ຮູ້ວ່າ ສະພາແຫ່ງຊາດສອງປະເທດພວມສົມທົບກັນຮຽບຮຽງ ແລະຈັດພິມຈໍາໜ່າຍປຶ້ມ “50 ປີແຫ່ງການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດລາວ - ການຮ່ວມມືພັດທະນາຮອບດ້ານ” ເພື່ອສະຫຼຸບວິວັດການຮ່ວມມື, ບັນດາຜົນງານ, ບົດຮຽນປະສົບການ, ພ້ອມທັງປະກອບສ່ວນຍົກສູງປະສິດທິຜົນການສົມທົບກັນໃນໄລຍະໃໝ່ ແລະໂຄສະນາຢ່າງເລິກເຊິ່ງເພື່ອໃຫ້ປະຊາຊົນສອງປະເທດເຂົ້າໃຈແຈ້ງກວ່າກ່ຽວກັບການພົວພັນພິເສດລະຫວ່າງສອງສະພາແຫ່ງຊາດ ຫວຽດນາມ-ລາວ...
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານ ທອງລຸນ ສີສຸລິດ ຢັ້ງຢືນວ່າ ການພົວພັນລະຫວ່າງສອງສະພາແຫ່ງຊາດ ແມ່ນປັດໄຈສຳຄັນ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງການພົວພັນອັນດີງາມລະຫວ່າງສອງປະເທດ ພ້ອມທັງເຊື່ອໝັ້ນ ແລະຫວັງວ່າ ສອງຝ່າຍຈະສືບຕໍ່ຮ່ວມມື ແລະສົມທົບກັນຢ່າງແໜ້ນແຟ້ນ ເພື່ອຕິດຕາມກວດກາ, ຊຸກຍູ້ ແລະຍົກສູງຄຸນນະພາບ, ປະສິດທິຜົນຂອງຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ແລະບັນດາຜູ້ແທນ. ພາບ: qdnd.vn |
* ຕອນບ່າຍວັນທີ 2 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລັດເຊຍ ນໍາໂດຍ ທ່ານ Vladimir Vladimirovich Yakushev ເລຂາທິການສະມັດຊາໃຫຍ່ພັກປະເທດລັດເຊຍ ເອກະພາບ, ຮອງປະທານຜູ້ທີໜຶ່ງສະພາສະຫະພັນລັດເຊຍ ນໍາໜ້າຄະນະເຂົ້າຮ່ວມພິທີສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ແລະວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບ ທ່ານ Vladimir Vladimirovich Yakushev ຮອງປະທານຜູ້ທີໜຶ່ງສະພາສະຫະພັນລັດເຊຍ. ພາບ: qdnd.vn |
ທີ່ການຕ້ອນຮັບ, ທ່ານ ເຈິ່ນແທັງເໝິນ ຢືນຢັນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ, ຍາມໃດກໍ່ຖືລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ສະແດງຄວາມປະທັບໃຈ ແລະຊົມເຊີຍຫວຽດນາມ ທີ່ໄດ້ຈັດຕັ້ງສໍາເລັດພິທີສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ແລະວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ຢ່າງຈົບງາມ, ທ່ານ Vladimir Vladimirovich Yakushev ຖືວ່າ ຫວຽດນາມ ແມ່ນຊົນຊາດແບບຢ່າງໃນການຕໍ່ສູ້ປົດປ່ອຍຊາດອອກຈາກການເປັນຂ້າທາດຂອງພວກລ່າເມືອງຂຶ້ນ, ຕ້ານສັດຕູຮຸກຮານໃນສະຕະວັດທີ 20 ແລະແມ່ນຊົນຊາດທີ່ເປັນເຈົ້າຕົນເອງ, ຂະຫຍັນຂັນເຄື່ອນ, ສັດຊື່ບໍລິສຸດ ແລະພັດທະນາໃນປັດຈຸບັນ.
ສອງຝ່າຍໄດ້ເຫັນດີຖືວ່າ ການພົວພັນດ້ານການເມືອງ ໄດ້ຮັບການເພີ່ມທະວີຜ່ານການພົບປະ ແລະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ; ການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະເທດລັດເຊຍ ເອກະພາບ ກໍາອໍານາດ ໄດ້ຮັບການຍູ້ແຮງດ້ວຍເລື່ອງສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນ, ເພີ່ມທະວີການພົບປະຜ່ານຊ່ອງທາງພັກຢ່າງເປັນປະຈຳ ແລະພວມກະກຽມລົງນາມໃນບົດບັນທຶກ ວ່າດ້ວຍການເປີດກວ້າງ ແລະເຮັດໃຫ້ການພົວພັນລະຫວ່າງສອງພັກເລິກເຊິ່ງຂຶ້ນຕື່ມ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ - ກໍ່ສ້າງ, ວັດທະນະທຳ ແລະການພົບປະແລກປ່ຽນປະຊາຊົນ ໄດ້ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າ; ຫຼາຍຂໍ້ຕິດຂັດໃນການຮ່ວມມືໄດ້ຮັບການແກ້ໄຂ ແລະສອງຝ່າຍພວມຕັ້ງໜ້າຊຸກຍູ້ບັນດາໂຄງການຮ່ວມມືສຳຄັນໃນຫຼາຍຂົງເຂດ.
ໂດຍ: ໄຊຊະນະ