ທະຫານເຂດ 4: ມອບຂອງຂວັນ, ລະດົມກໍາລັງໃຈໃຫ້ກ້ອນກໍາລັງກອງທັບປະຊາຊົນລາວ ເຂົ້າຮ່ວມການເດີນຂະບວນ ສວນສະໜາມ
ກປ.ອອນໄລ - ຕອນບ່າຍວັນທີ 3 ກັນຍາ, ກອງບັນຊາການທະຫານເຂດ 4 ໄດ້ຈັດຕັ້ງການພົບປະສັງສັນ, ມອບຂອງຂວັນລະດົມກໍາລັງໃຈໃຫ້ກ້ອນກໍາລັງກອງທັບປະຊາຊົນລາວ ເຂົ້າຮ່ວມການເດີນຂະບວນ ສວນສະໜາມໃນພິທີສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ປະສົບຜົນສໍາເລັດ ແລະວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 80 ປີ ໃນຂະນະບົນເສັ້ນທາງເຄື່ອນທັບກັບເມືອປະເທດ.
ໃນພິທີສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ປະສົບຜົນສໍາເລັດ ແລະວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 80 ປີ ທີ່ດໍາເນີນໃນວັນທີ 2 ກັນຍາ, ກະຊວງປ້ອງກັນປະເທດລາວ ໄດ້ຈັດສົ່ງພະນັກງານ, ນັກຮົບ 120 ຄົນ ເຂົ້າຮ່ວມການເດີນຂະບວນສວນສະໜາມຕາມຄໍາເຊີນຂອງກະຊວງປ້ອງກັນປະເທດຫວຽດນາມ.
    |
 |
ການນໍາທະຫານເຂດ 4 ມອບຂອງຂວັນອວຍພອນກ້ອນກໍາລັງກອງທັບປະຊາຊົນລາວ ເຂົ້າຮ່ວມການເດີນຂະບວນສວນສະໜາມ. ພາບ: qdnd.vn |
ທີ່ການພົບປະສັງສັນ, ທ່ານພົນຈັດຕະວາ ຫງວຽນຫງອກຮ່າ, ຮອງຜູ້ບັນຊາການທະຫານເຂດ 4 ໄດ້ສະແດງຄວາມຊົມເຊີຍພະນັກງານ, ນັກຮົບກອງທັບປະຊາຊົນລາວ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ຕັ້ງໜ້າຝຶກແອບ, ຝຶກຊ້ອມຮ່ວມ ແລະເຂົ້າຮ່ວມເດີນຂະບວນສວນສະໜາມ, ສ້າງຄວາມປະທັບໃຈອັນດີງາມດ້ວຍຈິດໃຈລະບຽບວິໄນ, ແບບແຜນເປັນກໍາລັງຫຼວງ, ຮູບພາບອັນສະຫງ່າອົງກາດໃນກ້ອນກໍາລັງເດີນຂະບວນສວນສະໜາມຂອງພິທີສະເຫຼີມສະຫຼອງ. ນັ້ນບໍ່ພຽງແຕ່ເປັນພະຍານຫຼັກຖານທີ່ມີຊີວິດຊີວາທີ່ສະແດງໃຫ້ເຫັນເຖິງກຳລັງແຮງ ແລະມູນເຊື້ອອັນສະຫງ່າລາສີຂອງກອງທັບປະຊາຊົນລາວ ເທົ່ານັ້ນ, ຫາກຍັງເປັນສັນຍາລັກອັນໃສແຈ້ງຂອງນ້ຳໃຈສາມັກຄີຕໍ່ສູ້ສັດຊື່ບໍລິສຸດຜຸດຜ່ອງລະຫວ່າງກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ອີກດ້ວຍ.
    |
 |
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn |
ທ່ານພົນຈັດຕະວາ ຫງວຽນຫງອກຮ່າ ຮອງຜູ້ບັນຊາການທະຫານເຂດ 4 ອວຍພອນໃຫ້ກ້ອນກໍາລັງກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມການເດີນຂະບວນສວນສະໜາມຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ປະຕິບັດສໍາເລັດທຸກໜ້າທີ່ ທີ່ພັກ, ລັດ, ກອງທັບ ແລະປະຊາຊົນລາວ ມອບໝາຍໃຫ້ເປັນຢ່າງດີ; ອວຍພອນນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ ໃຫ້ຂຽວສົດງົດງາມໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ໂດຍ: ທູຈາງ