ລະອຽດແມ່ນ, ໃນເວັບໄຊຂອງຫ້ອງວ່າການເລຂານຸການສະພາຕ່ຳໄທ ໄດ້ປະກາດເນື້ອໃນໂຄງການດຳເນີນງານໃຫ້ແກ່ວາລະກອງປະຊຸມຂອງສະພາຕ່ຳໃນວັນທີ 5 ກັນຍາ, ດ້ວຍເນື້ອໃນດ່ວນທີ 8 ໃນໂຄງການດຳເນີນງານ ແມ່ນ: ພິຈາລະນາ ແລະໃຫ້ສັດຕະຍາບັນບຸກຄົນທີ່ເໝາະສົມເພື່ອຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີ, ຕາມຕາ 159 ຂອງລັດຖະທຳມະນູນ ລາຊະອານາຈັກ ໄທ.
ກ່ອນໜ້ານັ້ນໃນວັນທີ 3 ກັນຍາ, ທ່ານ Natthaphong Ruangpanyawut ການນຳພັກປະຊາຊົນ (PP), ພັກຝ່າຍຄ້ານໃຫຍ່ທີ່ສຸດຂອງສະພາຕ່ຳໄທ ໄດ້ຖະແຫຼງຂໍ້ຕົກລົງຂອງພັກ PP ສະໜັບສະໜູນທ່ານ Anutin Charnvirakul ການນຳຂອງພັກພູມໃຈ ໄທ ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ, ພ້ອມກັບສາມເງື່ອນໄຂ, ໃນນັ້ນມີຄຳຮຽກຮ້ອງຕ້ອງຍຸບເລີກສະພາແຫ່ງຊາດ ພາຍໃນ 4 ເດືອນ ນັບແຕ່ເວລາ ທ່ານ ຖະແຫຼງປະກາດນະໂຍບາຍ ຕໍ່ສະພາແຫ່ງຊາດ.
ແຫຼ່ງຄັດຈາກ vovworld.vn
Type the code from the image