leftcenterrightdel
ພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 80 ປີ ຈັດຂຶ້ນຢູ່ສະໜາມຫຼວງບາດິ່ງ. ພາບ: vov.vn

ໃນສານສົ່ງເຖິງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະ ອວຍພອນປະຊາຊົນຫວຽດນາມ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ເນັ້ນໜັກວ່າ ນີ້ແມ່ນໂອກາດເພື່ອຫວນຄືນບັນດາສິ່ງທ້າທາຍທົ່ວໂລກ, ນັບແຕ່ວິກິດການດ້ານດິນຟ້າອາກາດ, ການປະທະກັນ ຕະຫຼອດຮອດການຂາດຄວາມເໝີພາບລະຫວ່າງຍິງ - ຊາຍ, ເພື່ອຍົກອອກບັນດາມາດຕະການຫຼາຍຝ່າຍ, ຊຸກຍູ້ສັນຕິພາບ, ການພັດທະນາແບບຍືນຍົງ ແລະສິດທິມະນຸດໃຫ້ແກ່ໝົດທຸກຄົນ.

ສ່ວນທ່ານ Antonio Costa ປະທານສະພາເອີຣົບ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ໂດຍຢັ້ງຢືນວ່າ ປະຊາຊົນ ຫວຽດນາມ ມີສິດເອກອ້າງທະນົງໃຈກ່ຽວກັບບັນດາຜົນງານທີ່ບັນລຸໄດ້ເມື່ອສັນຕິພາບ, ສະຖຽນລະພາບ ແລະຄວາມກ້າວໜ້າເສດຖະກິດ - ສັງຄົມໄດ້ຮັບການປັບປຸງຢ່າງໝັ້ນແກ່ນ.

ແຫຼ່ງຄັດຈາກ vovworld.vn