    |
 |
ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ຕ້ອນຮັບ ທ່ານ ເລືອງເກື່ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ເຂົ້າຮ່ວມພິທີລະນຶກ. ພາບ: ຫງວຽນຕ໊ວນ. |
ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ, ທ່ານ ເລືອງເກື່ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເຂົ້າຮ່ວມພິທີລະນຶກ.
ເຫດການໄຊຊະນະຟາດຊິດ ໄດ້ເປີດໜ້າປະຫວັດສາດໃໝ່ໃຫ້ແກ່ການເມືອງຂອງໂລກ, ດ້ວຍການກຳເນີດຂອງອົງການສະຫະປະຊາຊາດ ພ້ອມດ້ວຍບັນດາຫຼັກການພື້ນຖານໃນການພົວພັນສາກົນ, ນັ້ນແມ່ນຫຼັກການເຄົາລົບສິດສະເໝີພາບ ແລະສິດຕັດສິນຂອງບັນດາປະເທດ; ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ, ບໍ່ນໍາໃຊ້ກຳລັງອາວຸດ, ເຄົາລົບກົດໝາຍສາກົນ... ດ້ວຍຄວາມໝາຍອັນສະຫງ່າລາສີນັ້ນ, ເຖິງວ່າ 80 ປີຜ່ານໄປ, ວັນໄຊຊະນະສົງຄາມຕ້ານຟາດຊິດຍາມໃດກໍໄດ້ຮັບຄວາມເຊີດຊູຈາກປະຊາຊົນຜູ້ຮັກຫອມສັນຕິພາບໃນທົ່ວໂລກຢູ່ສະເໝີ, ເພາະມັນເປັນພື້ນຖານອັນໜັກແໜ້ນເພື່ອສ້າງໂລກແຫ່ງການພັດທະນາອັນດີງາມ, ໝັ້ນຄົງຍືນຍົງຄືທຸກວັນນີ້.
    |
 |
ທ່ານປະທານປະເທດ ເລືອງເກື່ອງ ແລະການນໍາບັນດາປະເທດ ເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມ ຕ້ານຟາດຊິດຂອງປະຊາຊົນໂລກ ຄົບຮອບ 80 ປີ. ພາບ: Xinhua News Agency |
ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ເຄີຍຜ່ານສົງຄາມຍາດເອົາເອກະລາດແຫ່ງຊາດທີ່ປະສົບຄວາມຫຍຸ້ງຍາກອັນຍືດເຍື້ອຍາວນານ; ປະຊາຊົນຫວຽດນາມເຂົ້າໃຈດີກວ່າໃຜກ່ຽວກັບຄຸນຄ່າຂອງເອກະລາດ, ເສລີພາບ, ສັນຕິພາບ, ແບ່ງປັນຄວາມສູນເສຍ, ເຄົາລົບບັນດາການເສຍສະຫຼະອັນໃຫຍ່ຫຼວງຂອງປະຊາຊົນໃນທົ່ວໂລກໃນການຕໍ່ສູ້ຕ້ານລັດທິຟາດຊິດ, ຕ້ານການກົດຂີ່, ຂູດຮີດ.
    |
 |
ທ່ານປະທານປະເທດ ເລືອງເກື່ອງ ແລະການນໍາບັນດາປະເທດ ເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມ ຕ້ານຟາດຊິດຂອງປະຊາຊົນໂລກ ຄົບຮອບ 80 ປີ. ພາບ: Xinhua News Agency |
ການເຂົ້າຮ່ວມຂອງທ່ານ ເລືອງເກື່ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ທີ່ພິທີລະນຶກວັນໄຊຊະນະສົງຄາມຕ້ານຟາດຊິດຂອງປະຊາຊົນໂລກ ຄົບຮອບ 80 ປີ ໄດ້ຈັດຂຶ້ນຢູ່ ສປ ຈີນ ເພື່ອແນໃສ່ສະແດງໃຫ້ເຫັນທັດສະນະຄວາມຮັບຜິດຊອບ ແລະການສະໜັບສະໜູນຂອງຫວຽດນາມ ຕໍ່ກັບຄວາມມານະພະຍາຍາມຂອງປະຊາຊົນໃນໂລກ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະການພັດທະນາ; ພ້ອມກັນນັ້ນ ສືບຕໍ່ຢືນຢັນນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບໃຫ້ແກ່ສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກຂອງຫວຽດນາມ.
* ຕອນຄ່ຳວັນທີ 3 ກັນຍາ, ພາຍຫຼັງສິ້ນສຸດການພົບປະສອງຝ່າຍກັບການນຳຂອງປະເທດຕ່າງໆ ເນື່ອງໃນໂອກາດເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມ ຕ້ານຟາດຊິດຂອງປະຊາຊົນໂລກ ຄົບຮອບ 80 ປີ ແລະເຮັດວຽກຢູ່ ຈີນ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ມີການພົບປະກັບທ່ານ Vladimir Putin ປະທານາທິບໍດີ ສະຫະພັນລັດເຊຍ.
ທີ່ການພົບປະ, ທ່ານປະທານປະເທດ ເລືອງເກື່ອງ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ນັບຖືຢ່າງສູງ ແລະຮູ້ບຸນຄຸນຕໍ່ສະຫະພາບໂຊວຽດ ໃນເມື່ອກ່ອນ ແລະສະຫະພັນລັດເຊຍ ໃນປັດຈຸບັນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະຊ່ວຍເຫຼືອອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ກໍຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.
    |
 |
ທ່ານປະທານປະເທດ ເລືອງເກື່ອງ ພົບປະກັບທ່ານ Vladimir Putin ປະທານາທິບໍດີ ສະຫະພັນ ລັດເຊຍ. ພາບ: ຫງວຽນຕ໊ວນ. |
ທ່ານປະທານປະເທດ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນກັບລັດເຊຍ, ຍາມໃດກໍ່ເອົາໃຈໃສ່, ສະໜັບສະໜູນລັດເຊຍ ພັດທະນາຢ່າງໝັ້ນຄົງເຂັ້ມແຂງ, ເສີມຂະຫຍາຍບົດບາດຕັ້ງໜ້າ ແລະມີລັກສະນະສ້າງສັນຢູ່ພາກພື້ນ ແລະໃນໂລກ, ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືລະຫວ່າງລັດເຊຍ ແລະອາຊຽນ. ທ່ານ ເລືອງເກື່ອງ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານປະທານາທິບໍດີ Putin, ປະຊາຊົນລັດເຊຍ ຈະສືບຕໍ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງກວ່າເກົ່າ.
ທ່ານ Vladimir Putin ສະແດງຄວາມປິຕິຊົມຊື່ນທີ່ໄດ້ພົບປະກັບທ່ານປະທານປະເທດ ເລືອງເກື່ອງ ໃນສະພາບການທີ່ສອງປະເທດພວມສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 75 ປີ; ຢືນຢັນວ່າ ລັດເຊຍ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານກັບຫວຽດນາມ. ທ່ານ Vladimir Putin ເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ຍາດໄດ້ໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
    |
 |
ບັນຍາກາດທີ່ການພົບປະ. ພາບ: ຫງວຽນຕ໊ວນ. |
ການນຳສອງທ່ານ ເຫັນດີປັບປຸງການພົວພັນທາງດ້ານການເມືອງ - ການທູດອັນດີງາມ; ຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານປະທານາທິບໍດີ Vladimir Putin ໃນເດືອນມິຖຸນາ 2024 ແລະການຢ້ຽມຢາມລັດເຊຍ ຢ່າງເປັນທາງການໃນເດືອນພຶດສະພາ 2025 ຢ່າງມີປະສິດທິຜົນ; ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ. ພ້ອມກັນນັ້ນ, ສອງຝ່າຍຍັງເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານການທະຫານ, ຄົ້ນຄວ້າວິທະຍາສາດທາງທະເລ, ຄວາມປອດໄພທາງໄຊເບີ, ອິນເຕີແນັດດາວທຽມ, ຊຸກຍູ້ການຮ່ວມມືໃນຂົງເຂດສາທາລະນະສຸກ, ການສຶກສາ-ກໍ່ສ້າງ, ການພົບປະແລກ ປ່ຽນປະຊາຊົນ..., ພ້ອມທັງສືບຕໍ່ເພີ່ມທະວີການສົມທົບກັນ, ສະໜັບສະໜູນເຊິ່ງກັນແລະກັນ ຢູ່ເວທີປາໄສສາກົນ ແລະພາກພື້ນ, ໂດຍສະເພາະແມ່ນ ສະຫະປະຊາຊາດ ແລະອາຊຽນ.
* ວັນທີ 3 ກັນຍາ, ໃນຂອບເຂດພິທີລະນຶກວັນໄຊຊະນະສົງຄາມ ຕ້ານຟາດຊິດຂອງປະຊາຊົນໂລກ ຄົບຮອບ 80 ປີ ຢູ່ ສປ ຈີນ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ມີການພົບປະກັບພະມະຫາກະສັດ ແຫ່ງ ລາຊະອານາຈັກ ກຳປູເຈຍ Norodom Sihamoni; ທ່ານ Miguel Diaz-Canel Bermudez ເລຂາທີໜຶ່ງ, ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ; ທ່ານ Kim Jong Un ເລຂາທິການໃຫຍ່ພັກແຮງງານ, ຜູ້ນຳ ສປປ ເກົາຫຼີ; ທ່ານ Prabowo Subianto ປະທານາທິບໍດີ ອິນໂດເນເຊຍ; ທ່ານ Anwar Ibrahim ນາຍົກລັດຖະມົນຕີມາເລເຊຍ; ທ່ານນາງ Maria Fernanda Lay ປະທານສະພາແຫ່ງຊາດ ຕີມໍ ແລັດສະເຕ; ທ່ານ Ukhnaagiin Khurelsukh ປະທານາທິບໍດີ ມົງໂກນ; ທ່ານ Kassym Jomart Tokayev ປະທານາທິບໍດີ ກາຊັກສະຖານ; ທ່ານ Ilham Aliyev ປະທານາທິບໍດີ ອາແຊກໄບຢານ; ທ່ານ Emomali Rahmon ປະທານາທິບໍດີ ຕາຈີກິດສະຖານ; ທ່ານ Denis Sassou N’Guesso ປະທານາທິບໍດີ ສາທາລະນະລັດ ກົງໂກ ແລະທ່ານ Emmerson Mnangagwa ປະທານາທິບໍດີ ຊິມບາເວ.
ໂດຍ: ໄຊຊະນະ