ຊົມເຊີຍບັນດາຜົນງານທີ່ຫວຽດນາມ ບັນລຸໄດ້ໃນຕະຫຼອດ 80 ປີຜ່ານມາ, ທ່ານນາງ ຄຳເພົາ ເອີນທະວັນ ຢືນຢັນວ່າ ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກລຳບາກນາໆປະການ, ແຕ່ກໍ່ມີຄວາມສະຫງ່າລາສີທີ່ສຸດ. ໃນໄລຍະ 80 ປີນັ້ນໄດ້ຕິດພັນກັບການຕໍ່ສູ້ອັນອົງອາດກ້າຫານເພື່ອປົກປັກຮັກສາເອກະລາດ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນໄວ້, ສ້າງພື້ນຖານໃຫ້ແກ່ພາລະກິດສ້າງສາ ແລະພັດທະນາປະເທດຊາດ.
    |
 |
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ. |
ຕາມທ່ານນາງ ຄຳເພົາ ເອີນທະວັນ ແລ້ວ, ຈາກປະເທດທີ່ເຄີຍຖືກປິດລ້ອມ, ຂວໍ້າບາດ, ປະຈຸບັນ ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງການທູດກັບບັນດາປະເທດໃນໂລກ, ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງຫຼາຍປະເທດມະຫາອຳນາດ, ເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ຫຼາຍຄັ້ງ, ສວມບົດບາດສ້າງສັນໃນນາມທີ່ເປັນສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະໄດ້ຮັບການຕີລາຄາວ່າ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບ. ຄຽງຂ້າງນັ້ນ, ທ່ານນາງ ຄຳເພົາ ເອີນທະວັນ ໄດ້ມີຄວາມປະທັບໃຈເປັນພິເສດຕໍ່ເລື່ອງຫວຽດນາມ ສາມາດຮັກສາສະຖຽນລະພາບທາງດ້ານການເມືອງ-ສັງຄົມ ໃນສະພາບການໂລກທີ່ເຕັມໄປດ້ວຍການຜັນປ່ຽນ ແລະຖືວ່ານີ້ແມ່ນທ່າໄດ້ປຽບທີ່ສຳຄັນຊ່ວຍໃຫ້ປະເທດດຶງດູດກະແສເງິນລົງທຶນຈາກສາກົນຢ່າງແຂງແຮງ, ເປີດກວ້າງການຮ່ວມມືດ້ານການຄ້າ ແລະຍົກສູງຄຸນນະພາບການເຕີບໂຕຕາມທິດຍືນຍົງ.
    |
 |
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ແລກປ່ຽນກັບນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ. |
ທ່ານນາງ ຄຳເພົາ ເອີນທະວັນ ໃຫ້ຮູ້ວ່າ ບັນດາຜົນງານໃນຕະຫຼອດ 80 ປີຜ່ານມາ ໄດ້ສ້າງພາບພົດຫວຽດນາມ ທີ່ມີເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຂະຫຍັນຂັນເຄື່ອນ ແລະເຊື່ອມໂຍງ, ເປັນແຫຼ່ງບັນດານໃຈໃຫ້ບັນດາປະເທດພວມພັດທະນາ, ພິເສດແມ່ນສໍາລັບລາວ ແລະອີກສິ່ງໜຶ່ງນັ້ນແມ່ນຂ້າພະເຈົ້າ ມີຄວາມປະທັບໃຈທີ່ສຸດຕໍ່ນ້ຳໃຈສາມັກຄີ, ຄວາມຄາດຫວັງຢາກບືນຕົວຂຶ້ນ, ການນຳພາ, ຊີ້ນໍາອັນສະຫຼາດສ່ອງໃສຂອງພັກ, ລັດຫວຽດນາມ, ບັນດາປັດໄຈຫຼັກແຫຼ່ງທີ່ຊ່ວຍໃຫ້ປະເທດຜ່ານຜ່າທຸກຄວາມຫຍຸ້ງຍາກເພື່ອກ້າວໄປເຖິງຄວາມສໍາເລັດຄືໃນປັດຈຸບັນນີ້.
ຢືນຢັນວ່າ ການພົວພັນ ຫວຽດນາມ-ລາວ ແມ່ນສາຍພົວພັນແບບພິເສດ, ສັດຊື່ບໍລິສຸດ ແລະຫາຍາກໃນປະຫວັດສາດແຫ່ງການພົວພັນສາກົນ, ທ່ານນາງ ຄຳເພົາ ເອີນທະວັນ ໃຫ້ຂໍ້ສັງເກດວ່າ, ປະຈຸບັນ ຫວຽດນາມ ໄດ້ບືນຕົວຂຶ້ນຢ່າງແຂງແຮງ, ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີຄວາມຂະຫຍັນຂັນເຄື່ອນທີ່ສຸດຢູ່ພາກພື້ນ, ດ້ວຍຖານະບົດບາດ ທີ່ນັບມື້ນັບສູງຂຶ້ນໃນເວທີສາກົນ.
ທ່ານນາງ ຄຳເພົາ ເອີນທະວັນ ເນັ້ນໜັກວ່າ, ໃນນາມທີ່ເປັນເພື່ອນມິດ, ເປັນສະຫາຍທີ່ມີຄວາມສະໜິດສະໜົມທີ່ມີອຸດົມການປະຕິວັດອັນດຽວກັນ, ພັກ, ລັດ ແລະປະຊາຊົນລາວ ຍາມໃດກໍ່ຕິດຕາມ, ແບ່ງປັນ ແລະຕີລາຄາສູງຕໍ່ບັນດາຜົນງານທີ່ຫວຽດນາມ ບັນລຸໄດ້; ຢືນຢັນວ່າ, ນີ້ບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈຮ່ວມກັນເທົ່ານັ້ນ, ຫາກຍັງແມ່ນແຫຼ່ງລະດົມກໍາລັງໃຈອັນໃຫຍ່ຫຼວງ, ແມ່ນປັດໄຈສຳຄັນເພື່ອໃຫ້ປະຊາຊົນລາວ ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະພັດທະນາປະເທດຊາດ; ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ການບໍລິຫານຢ່າງຂ້ຽວຂາດຂອງລັດຖະບານພ້ອມກັບການຮ່ວມແຮງຮ່ວມໃຈກັນຂອງປະຊາຊົນ, ຫວຽດນາມ ຈະສືບຕໍ່ບັນລຸໄດ້ຜົນສຳເລັດຫຼາຍຢ່າງກວ່າອີກຕື່ມອີກ.
    |
 |
ກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ເຂົ້າຮ່ວມພິທີສວນສະໜາມ, ເດີນຂະບວນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ຢູ່ສະໜາມຫຼວງບາດີ່ງ (ຮ່າໂນ້ຍ). ພາບ: qdnd.vn |
ເນື່ອງໃນໂອກາດນີ້, ທ່ານນາງ ຄຳເພົາ ເອີນທະວັນ ໃຫ້ຮູ້ວ່າ ນີ້ແມ່ນຄັ້ງທີ 2 ທີ່ກອງທັບປະຊາຊົນລາວ ໄດ້ສົ່ງກ້ອນກຳລັງເຂົ້າຮ່ວມການສວນສະໜາມ, ເດີນຂະບວນເພື່ອສະເຫຼີມສະຫຼອງວັນບຸນໃຫຍ່ຂອງຫວຽດນາມ. ການເຂົ້າຮ່ວມນີ້ບໍ່ພຽງແຕ່ສະແດງອອກໃຫ້ເຫັນນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງປະຊາຊົນ ແລະກອງທັບສອງປະເທດ ລາວ-ຫວຽດນາມ ເທົ່ານັ້ນ, ຫາກຍັງປະກອບສ່ວນສຶກສາອົບຮົມໃຫ້ຄົນລຸ້ນໜຸ່ມສອງປະເທດກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ, ອາລົມຈິດທີ່ສະໜິດຕິດພັນໄດ້ຝຶກຝົນຫຼໍ່ຫຼອມໃນປະຫວັດສາດແຫ່ງການຕໍ່ສູ້ຍາດເອົາເອກະລາດ ແລະສ້າງສາປະເທດຊາດ, ຈາກນັ້ນແມ່ນສືບທອດ ແລະເສີມຂະຫຍາຍໃນອະນາຄົດ.
ເນື່ອງໃນໂອກາດອັນສຳຄັນນີ້, ທ່ານນາງ ຄຳເພົາ ເອີນທະວັນ ໄດ້ສົ່ງພອນໄຊອັນປະເສີດມາຍັງພັກ, ລັດ ແລະປະຊາຊົນຫວຽດນາມ ທຸກຖ້ວນໜ້າ; ເຊື່ອໝັ້ນວ່າ, ຫວຽດນາມ ຈະສືບຕໍ່ກ້າວຂຶ້ນສູ່ເສັ້ນທາງປ່ຽນແປງໃໝ່, ນໍາພາປະເທດພັດທະນາໃຫ້ຈະເລີນຮຸ່ງເຮືອງ, ປະຊາຊົນມີຄວາມຜາສຸກ, ສັງຄົມມີຄວາມຍຸຕິທຳ, ປະຊາທິປະໄຕ, ສີວິໄລ; ພ້ອມກັນນັ້ນ, ກໍ່ຢືນຢັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ຈະນັບມື້ນັບສະໜິດຕິດພັນ ແລະແໜ້ນແຟ້ນຂຶ້ນຕື່ມ, ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງປະເທດ.
ໂດຍ: ເຈິ່ນຮວ່ຽນ