leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ແລະທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Andrey Belousov ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງລັດເຊຍ ໃນກອງປະຊຸມ. ພາບ: kremlin.ru

ນະທີ່ນີ້, ທ່ານ Putin ປະທານາທິບໍດີລັດເຊຍ  ໄດ້ແຈ້ງໃຫ້ຊາບລະອຽດກ່ຽວກັບສະພາບການເຈລະຈາສອງຝ່າຍກັບຝ່າຍຢູແກຼນ. ການນຳລັດເຊຍ ເນັ້ນໜັກວ່າ ອຳນາດການປົກຄອງຂອງທ່ານ Donald Trump ປະທານາທິບໍດີອາເມລິກາ ພວມມານະພະຍາຍາມຢ່າງແຮງເພື່ອແນໃສ່ຢຸດຕິການປະທະກັນ, ພ້ອມທັງບໍ່ຍົກເວັ້ນກໍລະນີສອງຝ່າຍອາດຈະບັນລຸໄດ້ຂໍ້ຕົກລົງໃໝ່ໃນຂົງເຂດຄວບຄຸມອາວຸດບຸກໂຈມຕີຍຸດທະສາດ.

ກໍໃນວັນດຽວກັນ, ທ່ານ Yuri Ushakov ຜູ້ຊ່ວຍວຽກປະທານາທິບໍດີລັດເຊຍ ໃຫ້ຮູ້ວ່າ ລາຍການພົບປະສຸດຍອດລະຫວ່າງທ່ານ Vladimir Putin ປະທານາທິບໍດີລັດເຊຍ ແລະທ່ານ Donald Trump ປະທານາທິບໍດີອາເມລິກາ ຢູ່ Alaska ໄດ້ຮັບການຕົກລົງເປັນເອກະພາບແລ້ວ. ເນື້ອໃນຈຸດສຸມຂອງກອງປະຊຸມສຸດຍອດລະຫວ່າງ ລັດເຊຍ-ອາເມລິກາ ຄັ້ງນີ້ແມ່ນແກ້ໄຂວິກິດການຢູ່ ຢູແກຼນ, ປຶກສາຫາລືກ່ຽວກັບການຮ່ວມມື ລັດເຊຍ-ອາເມລິກາ, ຮັບປະກັນສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ບັນດາບັນຫາພາກພື້ນ.

ແຫຼ່ງຄັດຈາກ: vovworld.vn