ໂລກ ວິຕົກກັງວົນຕໍ່ແຜນການສ້າງເຂດຕັ້ງຖິ່ນຖານຄົງທີ່ໃໝ່ຂອງ ອິດສະຣາແອັນ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ
ວັນທີ 14 ສິງຫາ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງໃຫ້ ອິດສະຣາແອັນ ຈົ່ງຢຸດຕິໃນທັນທີແຜນການສ້າງເຂດຕັ້ງຖິ່ນຖານຄົງທີ່ຢູ່ເຂດ E1 ຂຶ້ນກັບເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນທີ່ຖືກຍຶດຄອງ ແລະ ທ່ານ ກ່າວເຕືອນວ່າ ນີ້ແມ່ນການກະທຳລະເມີດກົດໝາຍສາກົນ, ເຮັດໃຫ້ເພີ່ມຄວາມເຄັ່ງຕຶງ ແລະນາບຂູ່ແງ່ຫວັງມາດຕະການສອງລັດຢ່າງຮ້າຍແຮງ.
ໃນວັນດຽວກັນ, ທ່ານ Kaja Kallas ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດຂອງ ອີຢູ ກໍ່ໄດ້ຊຸກຍູ້ອິດສະຣາແອັນ ລົບລ້າງແຜນການ, ກ່າວເຕືອນວ່າການກໍ່ສ້າງຢູ່ E1 ຈະ “ກໍ່ຜົນເສຍຫາຍທີ່ບໍ່ສາມາດແກ້ໄຂໄດ້” ໃຫ້ແກ່ມາດຕະການສອງລັດ. ອີຢູ ຮຽກຮ້ອງໃຫ້ ອິດສະຣາແອັນ ຈົ່ງຢຸດຕິທັງໝົດນະໂຍບາຍຕັ້ງຖິ່ນຖານຄົງທີ່, ທຳລາຍ, ເນລະເທດ, ຮິບເອົາເຮືອນຢູ່ ແລະບັນດາການກະທຳເພີ່ມການໃຊ້ຄວາມຮຸນແຮງ.
ອີຢີບ, ຕວກກີ ກໍ່ໄດ້ອອກຖະແຫຼງການຄັດຄ້ານຢ່າງແຮງ. ກະຊວງການຕ່າງປະເທດອີຢີບ ຖືວ່າ ຂໍ້ຕົກລົງເຊັນອະນຸມັດເຮືອນໃໝ່ກວ່າ 3400 ຫຼັງຢູ່ E1 ຂອງທ່ານ Bezalel Smotrich ລັດຖະມົນຕີກະຊວງການເງິນອິດສະຣາແອັນ ແມ່ນໄດ້ລະເມີດກົດໝາຍສາກົນ ແລະ ກ່າວເຕືອນວ່າ ບໍ່ສາມາດບັນລຸໄດ້ຄວາມສະຫງົບປອດໄພ, ສະຖຽນລະພາບຖ້າຫາກວ່າສືບຕໍ່ເມີນເສີຍຕໍ່ສິດຜົນປະໂຫຍດອັນຊອບທຳຂອງຊາວປາແລັດສະຕິນ. ສ່ວນຕວກກີ ຖືວ່າ ການກະທຳນີ້ອາດຈະທຳລາຍແງ່ຫວັງສັນຕິພາບ.
ແຫຼ່ງຄັດຈາກ: vovworld.vn