ລັດເຊຍ ຖະແຫຼງບໍ່ປ່ຽນແປງຫຼັກໝັ້ນກ່ຽວກັບຢູແກຼນ ກ່ອນການພົບປະສຸດຍອດ ກັບ ອາເມລິກາ
ຖະແຫຼງການນີ້ ຂອງຝ່າຍລັດເຊຍ ໂດຍທ່ານ Alexei Fadeev ຮອງໂຄສົກກະຊວງການຕ່າງປະເທດ ລັດເຊຍ ຢ້ຳຄືນ, ຕາມນັ້ນແລ້ວຫຼັກໝັ້ນໂດຍທ່ານ Putin ປະທານາທິບໍດີ ປະກາດກ່ອນນັ້ນ 1 ປີກ່ວາແມ່ນບໍ່ປຽນແປງ.
ກ່ອນການພົບປະສຸດຍອດຄັ້ງທຳອິດລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະທ່ານປະທານາທິບໍດີ ອາເມລິກາ Donald Trump, ຄາດວ່າຈະດຳເນີນໃນວັນທີ 15 ສິງຫາຢູ່ລັດ Alaska (ອາເມລິກາ), ເພື່ອປຶກສາຫາລືກ່ຽວກັບການປະທະກັນຢູ່ຢູແກຼນ, ວັນທີ 13 ສິງຫາ, ຝ່າຍລັດເຊຍ ໄດ້ຢັ້ງຢືນຄືນໃໝ່ຫຼັກໝັ້ນບໍ່ປ່ຽນແປງກ່ຽວກັບບັນຫານີ້, ໃນນັ້ນມີເລື່ອງ ກີແອັບ ຕ້ອງຖອນທຸກແຫຼ່ງກຳລັງອອກຈາກພາກພື້ນຈຸດສຸມ ແລະປ່ອຍປະຄວາມຫວັງເຂົ້າເປັນສະມາຊິກອົງການອັກລັງຕິກເໜືອ (NATO). ຖະແຫຼງການນີ້ຂອງຝ່າຍລັດເຊຍ ໂດຍທ່ານ Alexei Fadeev ຮອງໂຄສົກກະຊວງການຕ່າງປະເທດ ລັດເຊຍ ຢ້ຳຄືນ, ຕາມນັ້ນແລ້ວຫຼັກໝັ້ນໂດຍທ່ານ Putin ປະທານາທິບໍດີ ປະກາດກ່ອນນັ້ນ 1 ປີກ່ວາແມ່ນບໍ່ປຽນແປງ.
    |
 |
ທ່ານ Alexei Fadeev ຮອງໂຄສົກກະຊວງການຕ່າງປະເທດ ລັດເຊຍ. ພາບ: Reuters |
ໃນຂະນະນັ້ນ, ວົງການເຈົ້າໜ້າທີ່ ອາເມລິກາ ຍັງພວມຕັ້ງໜ້າກະກຽມໃຫ້ແກ່ການພົບປະສຸດຍອດຢູ່ Alaska ທີ່ຈະມາເຖິງ. ວັນທີ 13 ສິງຫາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ໂອ້ລົມທາງໂທລະສັບກັບບັນດາການນຳເອີລົບ ແລະທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ເພື່ອປຶກສາຫາລືກ່ຽວກັບຫຼັກໝັ້ນລວມ. ກ່າວຄຳເຫັນຫຼັງຈາກນັ້ນ, ທ່ານ Donald Trump ກ່າວເຕືອນວ່າ ລັດເຊຍ ຈະຮັບຜົນຕາມມາທີ່ຮ້າຍແຮງ ຖ້າບໍ່ຍອມຮັບຂໍ້ຕົກລົງຢຸດຍິງຢູ່ຢູແກຼນ.
ກ່ຽວຂ້ອງເຖິງການພົວພັນລະຫວ່າງ ອາເມລິກາ - ລັດເຊຍ, ກະຊວງການເງິນ ອາເມລິກາ ໃນວັນທີ 13 ສິງຫາ ໃຫ້ຮູ້ວ່າ ບັນດາຄຳສັ່ງລົງໂທດ ສຳລັບຂົງເຂດການເງິນ ຂອງ ລັດເຊຍ ໄດ້ໄປໂຍະຍານຈົນຮອດວັນທີ 20 ສິງຫາ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ບັນດາການແລກປ່ຽນການຄ້າທີ່ກ່ຽວຂ້ອງການພົບປະກັນຢູ່ Alaska ລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະທ່ານປະທານາທິບໍດີ ລັດເຊຍ Vladimir Putin.
ແຫຼ່ງຄັດຈາກ: vovworld.vn