ອີຢູ ຄັດຄ້ານຂໍ້ສະເໜີ “ເອົາດິນແດນແລກເອົາສັນຕິພາບ” ຢູ່ ຢູແກຼນ ຂອງທ່ານປະທານາທິບໍດີອາເມລິກາ
ວັນທີ 11 ສິງຫາ, ທ່ານນາງ Kaja Kallas ຜູ້ຕາງໜ້າຂັ້ນສູງຮັບຜິດຊອບກ່ຽວກັບນະໂຍບາຍພົວພັນຕ່າງປະເທດ ແລະຄວາມໝັ້ນຄົງຂອງສະຫະພາບເອີຣົບ (ອີຢູ) ຖືວ່າ ລັດເຊຍ ຍັງບໍ່ທັນເຫັນດີຢຸດຍິງຢ່າງສົມບູນ ແລະໄຮ້ເງື່ອນໄຂ, ດັ່ງນັ້ນ ອີຢູ ແລະຢູແກຼນ ບໍ່ສະໜັບສະໜູນຂໍ້ສະເໜີຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ທີ່ວ່າ ເອົາດິນແດນແລກເອົາສັນຕິພາບ.
ໃນກອງປະຊຸມທາງໄກລະຫວ່າງລັດຖະມົນຕີການຕ່າງປະເທດ ອີຢູ ແລະຢູແກຼນ ທີ່ໄດ້ດຳເນີນພາຍຫຼັງຮັບຂ່າວວ່າການພົບປະລະຫວ່າງທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ຈະດຳເນີນໃນວັນທີ 15 ສິງຫາ ຢູ່ Alaska ນັ້ນ, ບັນດາປະເທດອີຢູ ກໍໄດ້ເຕື້ອງເຖິງບັນດາຄຳສັ່ງລົງໂທດເພີ່ມເຕີມສຳລັບລັດເຊຍ, ໜູນຊ່ວຍດ້ານການເງິນ ແລະຊ່ວຍເຫຼືອດ້ານການທະຫານໃຫ້ແກ່ ຢູແກຼນ ຫຼາຍກວ່າອີກ.
ໃນຂະນະນັ້ນ, ທ່ານປະທານາທິບໍດີ Zelensky ຢັ້ງຢືນວ່າ ບໍ່ວ່າຂໍ້ຕົກລົງໃດໆທີ່ຕ້ານຄືນປະຊາຊົນຢູແກຼນ ແລະໄດ້ຍົກອອກມາໂດຍບໍ່ມີ ຢູແກຼນ ນັ້ນຈະແມ່ນບັນດາຂໍ້ຕົກລົງທີ່ຕ້ານຄືນສັນຕິພາບ. ທ່ານກ່າວວ່າສິ່ງທີ່ຕ້ອງການນັ້ນແມ່ນພື້ນຖານສັນຕິພາບຢ່າງແທ້ຈິງ ແລະໄດ້ຮັບຄວາມເຄົາລົບຈາກທຸກຄົນ.
ແຫຼ່ງຄັດຈາກ: vovworld.vn