ພາຍຫຼັງອົງການບັນດາປະເທດນຳເຂົ້ານ້ຳມັນ ແລະບັນດາຄູ່ຮ່ວມມື ໄດ້ຕັດສິນໃຈເພີ່ມປະລິມານການຜະລິດ, ວັນທີ 13 ສິງຫາ, ອົງການພະລັງງານສາກົນ (IEA) ໄດ້ຍົກການຄາດຄະເນການເຕີບໂຕແຫຼ່ງສະໜອງນ້ຳມັນໃນປີນີ້, ແຕ່ຫຼຸດການຄາດຄະເນຄວາມຕ້ອງການລົງຍ້ອນສະພາບການພັດທະນາທີ່ຊັກຊ້າຂອງບັນດາພື້ນຖານເສດຖະກິດໃຫຍ່.

leftcenterrightdel
ພາບປະກອບຄັດຈາກ:  REUTERS/Sarah Meyssonnier

ໃນບົດລາຍງານປະຈຳເດືອນ, IEA ຄາດວ່າການສະໜອງນ້ຳມັນທົ່ວໂລກຈະເພີ່ມຂຶ້ນ 2,5 ລ້ານຖັງ/ວັນໃນປີນີ້, ສູງກ່ວາລະດັບ 2,1 ລ້ານຖັງ/ວັນທີ່ໄດ້ຍົກອອກມາໃນເມື່ອກ່ອນ. ກ່ຽວກັບຄວາມຕ້ອງການນ້ຳມັນໃນທົ່ວໂລກ, IEA ຫຼຸດການຄາດຄະເນ ຈາກລະດັບເພີ່ມຂຶ້ນ 700.000 ຖັງ/ວັນ ລົງລະດັບ 680.000 ຖັງ/ວັນໃນປີນີ້ ແລະບັນລຸ 103,7 ລ້ານຖັງ/ວັນໃນທ້າຍປີ. IEA ກໍ່ຄາດຄະເນຄວາມຕ້ອງການນ້ຳມັນເພີ່ມຂຶ້ນ 700.000 ຖັງ/ວັນ ໃນປີ 2026, ບັນລຸ 104,4 ລ້ານຖັງ/ວັນ. ນອກຈາກນັ້ນ, ອົງການນີ້ກໍ່ຄາດວ່າປະລິມານການກັ່ນຕອງນ້ຳມັນທົ່ວໂລກຈະບັນລຸລະດັບສະຖິຕິ 85,6 ລ້ານຖັງ/ວັນໃນເດືອນສິງຫາ.

ແຫຼ່ງຄັດຈາກ: vovworld.vn