ຖະແຫຼງການໄດ້ຍົກອອກມາຢູ່ກອງປະຊຸມລັດຖະມົນຕີຄວາມໝັ້ນຄົງດ້ານສະບຽງອາຫານ APEC 2025 ທີ່ໄດ້ດຳເນີນໃນສອງວັນຢູ່ນະຄອນ Incheon, ຫ່າງຈາກນະຄອນຫຼວງເຊີອູນ (ສ.ເກົາຫຼີ) 40 ກິໂລແມັດໄປທາງທິດຕາເວັນຕົກ. ບັນດາລັດຖະມົນຕີຢັ້ງຢືນຄຳໝັ້ນສັນຍາຊຸກຍູ້ການຮ່ວມມືລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກ APEC ແລະເພີ່ມທະວີຄວາມສາມັກຄີເພື່ອຊຸກຍູ້ຄວາມໝັ້ນຄົງດ້ານສະບຽງອາຫານຜ່ານບັນດາລະບົບກະສິກຳ-ອາຫານທີ່ມີສະມັດຕະພາບ, ຍືນຍົງ, ກ້າແກ່ນ ແລະປ່ຽນແປງໃໝ່ “ເພື່ອຄວາມວັດທະນາຖາວອນຂອງປະຊາຊົນໝົດທຸກຄົນ ແລະລຸ້ນຄົນໃນອະນາຄົດ”. ບັນດາຜູ້ແທນກໍ່ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຕໍ່ວິວັດການຂອງ APEC ເພື່ອແນໃສ່ປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານໃນພາກພື້ນໃນປີ 2030 ແລະສ້າງປະຊາຄົມ ອາຊີ-ປາຊີຟິກ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະສັນຕິພາບໃນປີ 2040.

ແຫຼ່ງຄັດຈາກ: vovworld.vn